ໃນວັນທີ 22 ກຸມພາ 2026 ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດການເມືອງຂອງຊາດລາວ, ທົ່ວປະເທດໄດ້ຈັດໃຫ້ມີການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V. ສະພາບບັນຍາກາດໃນທົ່ວນະຄອນຫຼວງວຽງຈັນ ແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ເປັນຂະບວນການຢ່າງກວ້າງຂວາງ. ໃນນັ້ນ, ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເຊິ່ງໄດ້ດຳເນີນໄປຢ່າງສົມກຽດ, ສະແດງໃຫ້ເຫັນເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນ ລະຫວ່າງການນຳຂັ້ນສູງ ແລະ ປະຊາຊົນຮາກຖານ. ນັບຕັ້ງແຕ່ຕອນເຊົ້າ, ປະຊາຊົນລາວບັນດາເຜົ່າ ຜູ້ມີສິດເລືອກຕັ້ງທັງຍິງ ແລະ ຊາຍ ນັບແຕ່ອາຍຸ 18 ປີຂຶ້ນໄປ ໄດ້ພ້ອມພຽງກັນຫຼັ່ງໄຫຼໄປສູ່ໜ່ວຍເລືອກຕັ້ງຕ່າງໆ ດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສ ແລະ ຄວາມມຸ່ງໝັ້ນອັນແຮງກ້າ. ການແຕ່ງກາຍທີ່ສຸພາບຮຽບຮ້ອຍ, ບາງພາກສ່ວນນຸ່ງຊຸດປະຈຳເຜົ່າ ຫຼື ຊຸດສະໝາດ ກາຍເປັນພາບສະທ້ອນໃຫ້ເຫັນເຖິງຄວາມສາມັກຄີປອງດອງຂອງຊາດ.

         ປະກົດການນີ້ ບໍ່ແມ່ນພຽງແຕ່ການປະຕິບັດໜ້າທີ່ຕາມກົນໄກປະຈຳວັນ, ແຕ່ມັນແມ່ນການສະແດງອອກເຖິງ “ຄວາມເປັນເຈົ້າການ” ຂອງປະຊາຊົນຢ່າງເຕັມສ່ວນ. ການໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ແມ່ນການຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ການນຳພາຂອງພັກ ແລະ ລັດ. ປະຊາຊົນທຸກຄົນ ລ້ວນແຕ່ເຂົ້າໃຈຢ່າງເລິກເຊິ່ງວ່າ ບັດເລືອກຕັ້ງແຕ່ລະໃບ ແມ່ນອຳນາດອະທິປະໄຕທີ່ຖືກມອບໝາຍ ເພື່ອເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ເຂົ້າໃນອົງການນິຕິບັນຍັດ ໂດຍສະເພາະ ແມ່ນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ, ເພື່ອເປັນກຳລັງຂັບເຄື່ອນໃນການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.

       ໜ່ວຍເລືອກຕັ້ງທີ່ຄະນະນຳ ສມປຊ ສັງກັດຢູ່ ແມ່ນການເຂົ້າຮ່ວມໃຊ້ສິດຢ່າງເປັນຂະບວນຄຶກຄື້ນ ຂອງບັນດາການນຳລະດັບສູງ, ນຳໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ການລົງມາຮ່ວມປ່ອນບັດຄຽງບ່າຄຽງໄຫຼ່ກັບອຳນາດການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ສ້າງບັນຍາກາດທີ່ອົບອຸ່ນ ແລະໃກ້ຊິດ.

         ສມປຊ ແມ່ນເສົາຄ້ຳທາງດ້ານແນວຄິດ, ທິດສະດີ ແລະ ການສ້າງບຸກຄະລາກອນການນຳຂອງພັກ-ລັດ. ດັ່ງນັ້ນ, ການທີ່ຄະນະພັກ, ຄະນະນຳ ສມປຊ ອອກມານຳໜ້າໃຊ້ສິດປ່ອນບັດໃນຄັ້ງນີ້ ຈຶ່ງມີຄວາມໝາຍທາງການເມືອງອັນເລິກເຊິ່ງ. ມັນເປັນການຢັ້ງຢືນເຖິງຫຼັກການ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ” ຢ່າງເປັນຮູບປະທຳ. ການກະທຳດັ່ງກ່າວເປັນການປຸກລະດົມຊຸກຍູ້ທາງອ້ອມ ທີ່ຊົງພະລັງທີ່ສຸດ ໃຫ້ແກ່ມວນຊົນ ໃນການອອກມາປະຕິບັດພັນທະຂອງພົນລະເມືອງທີ່ດີ ໃນການໃຊ້ສິດຂອງຕົນຢ່າງເຕັມສ່ວນ ເພື່ອຄັດເລືອກເອົາສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ. ເປົ້າໝາຍສູງສຸດຂອງການປ່ອນບັດໃນວັນທີ 22 ກຸມພາ 2026 ນີ້ ບໍ່ແມ່ນພຽງແຕ່ການເຮັດໃຫ້ສຳເລັດຕາມວາລະ, ແຕ່ແມ່ນການຄັດເລືອກເອົາ “ເພັດເມັດງາມ” ເຂົ້າສູ່ລະບົບການເມືອງ. ດັ່ງທີ່ການນຳ ແລະ ປະຊາຊົນໄດ້ມຸ່ງຫວັງ, ຜູ້ທີ່ຈະກ້າວເຂົ້າສູ່ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕ້ອງແມ່ນບຸກຄົນທີ່ຄົບຖ້ວນດ້ວຍມາດຖານເງື່ອນໄຂ.

ຂ່າວ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ