ໃນຕອນແລງວັນທີ 18 ກຸມພາ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ( ວັນທີ 1 ກຸມພາ 1956-1 ກຸມພາ2026) ເອກະສານສະຫຼຸບຖອດຖອນບົດຮຽນຜູ້ຄຸ້ມຄອງບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ແລະບັນດາແຂວງປະຈໍາປີ 2025 ແລະທິດທາງແຜນການປີ 2026, ເອກະສານການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX. ໃຫ້ກຽດເປັນປະທານໂດຍ: ທ່ານ ເພັດສະໝອນ ດວງປະເສີດ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂັ້ນກາງ ຮຸ່ນ V. ມີຜູ້ເຂົ້າຮ່ວມທັງໝົດ 73 ສະຫາຍ, ຍິງ 19 ສະຫາຍ. ໃນພິທີດັ່ງກ່າວຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານຄໍາສັ່ງຂອງອົງຄະນະພັກແຂວງ ສະບັບເລກທີ 19/ຄປພຂ, ແຂວງຊຽງຂວາງ, ລົງວັນທີ 12 ພະຈິກ 2025 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫ້ຜູ້ແທນອົງຄະນະພັກແຂວງຄັ້ງທີIX; ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 20/ຄປພຂ,ແຂວງຊຽງຂວາງ, ລົງວັນທີ 04 /12/2025 ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີIX; ແຈ້ງການຂອງອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ສະບັບເລກທີ 21/ຄລຂ.ອຄປຍ, ລົງວັນທີ 04 ກຸມພາ 2026 ກ່ຽວກັບເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ກັບການເຊື່ອມຊຶມບັນດາເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X, ສະພາປະຊາຊົນແຂວງຊຸດທີ V ຕິດພັນກັບການຈັດຕັ້ງປະຕິບັດແຈ້ງການ ສະບັບເລກທີ 01/ຄລສພ, ລົງວັນທີ 26ມັງກອນ 2026 ແລະແຈ້ງການຂອງສະຫະພັນກໍາມະບານແຂວງ ສະບັບເລກທີ 17/ສກຂ, ລົງວັນທີ 15 ມັງກອນ 2026.

ດັ່ງນັ້ນ, ທ່ານ ວັນສີ ທອງມະນີວົງ ຫົວໜ້າຂະແໜງວິຊາການ ກໍໄດ້ຂຶ້ນຜ່ານເອກະສານມູນເຊື້ອການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວຄົບຮອບ 70 ປີ ( ວັນທີ1 ກຸມພາ 1956-1 ກຸມພາ 2026 ເຊິ່ງໄດ້ໃຫ້ຮູ້ປະຫວັດແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ; ຜົນງານໃນການພັດທະນາສະຫະພັນກໍາມະບານລາວ ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ; ເສີມຂະຫຍາຍມູນເຊື້ອການພັດທະນາວຽກງານກໍາມະບານລາວໃນຕໍ່ໜ້າ.


ນອກນັ້ນ, ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ກໍໄດ້ຂຶ້ນຜ່ານເອກະສານສະຫຼຸບຖອດຖອນບົດຮຽນຜູ້ຄຸ້ມຄອງບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ແລະບັນດາແຂວງປະຈໍາປີ 2025 ແລະທິດທາງແຜນ ການປີ 2026 ເຊິ່ງໄດ້ໃຫ້ຮູ້ສະພາບລວມການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ, ຜົນສໍາເລັດ, ສາເຫດທີ່ພາໃຫ້ມີຜົນສໍາເລັດ, ຂໍ້ຄົງຄ້າງ ແລະສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ປະຈໍາສົກປີ 2024-2025; ທິດທາງ ແລະຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ, ທິດທາງລວມ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ, ທິດທາງລະອຽດແຕ່ລະດ້ານ, ຄາດໝາຍສູ້ຊົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈໍາສົກປີ 2025-2026, ວິທີການຈັດຕັ້ງປະຕິບັດ ແລະທ່ານ ເພັດສະໝອນ ດວງປະເສີດ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຜ່ານເອກະສານການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຊຽງຂວາງຄັ້ງທີ IX ເຊິ່ງໃດ້ໃຫ້ຮູ້ກ່ຽວກັບການຍົກສູງຄວາມສາມາດນໍາພາ ຂອງພັກໃຫ້ເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຂວງວິລະຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງຢ່າງເປັນເຈົ້າການ ແລະທ່ານຍັງໄດ້ເນັ້ນໜັກເຖິງການກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X, ສະພາປະຊາຊົນແຂວງຊຸດທີ V ທີ່ກໍາລັງຈະມາເຖິງນີ້ເພື່ອຮັບປະກັນໃຫ້ການເລືອກຕັ້ງດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຫຼັກການ ແລະມີບັນຍາກາດຟົດຟື້ນ.

ໃນຕອນທ້າຍ ທ່ານປະທານ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ທ່ານໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາຕ້ອງກໍາໃຫ້ໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ ແລະເປັນແບບແຜນວິທີທີ່ຈັດຕັ້ງປະຕິບັດໃນກົມກອງ, ພະແນກການ ແລະທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບສູງໃນຕໍ່ໜ້າ ເພື່ອໃຫ້ມີຄວາມໝາຍເລິກເຊິ່ງກວ້າງຂວາງ ແລະບັນລຸຕາມຄາດໝາຍ ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ແລະປະສົບຜົນສໍາເລັດຢ່າງຈົບງາມ.

ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ