ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຄະນະບໍລິຫານງານພັກ ສມປຊ ໄດ້ຈັດພິທີອັນສະຫງ່າລາສີ ເພື່ອປະກາດມະຕິດຕົກລົງຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນ ປະຕິວັດລາວ. ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ບັນຍາກາດທີ່ເຕັມໄປດ້ວຍຄວາມພາກພູມໃຈ ແລະ ມີຄວາມໝາຍສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ.

         ໃນຕອນເຊົ້າຂອງວັນທີ 18 ກຸມພາ 2026 ໜ່ວຍພັກຮາກຖານ ກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຈັດຕັ້ງພິທີຮັບເອົາມະຫາຊົນກ້າວໜ້າທີ່ມີຄວາມຕື່ນຕົວທາງດ້ານການເມືອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ເຂົ້າເປັນສະມາຊິກພັກສຳຮອງ, ໃນພິທີໃຫ້ກຽດເປັນປະທານຂອງ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ໃນພິທີ ກົມຈັດຕັ້ງ ໄດ້ຜ່ານມະຕິຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ສະຫາຍ ສູນທອນ ສຸວັນນະລາດ ແລະໄດ້ປະກາດເລື່ອນ ສະຫາຍ ນາງ ວົງຕາວັນ ວົງກິແກ້ວ ຈາກສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ. ນີ້ແມ່ນຂີດໝາຍສຳຄັນ ຜ່ານໄລຍະການຝຶກຝົນຫຼໍ່ຫຼອມໃນນາມສະມາຊິກພັກສຳຮອງ, ສະຫາຍ ນາງ ວົງຕາວັນ ວົງກິແກ້ວ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການນຳພາ, ການຮັກສາລະບຽບວິໄນທີ່ເຂັ້ມງວດ ແລະ ການເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ. ການເປັນສະມາຊິກພັກສົມບູນ ໝາຍເຖິງການມີສິດ ແລະ ພັນທະຢ່າງເຕັມສ່ວນ ພາຍໃຕ້ກົດລະບຽບຂອງພັກ, ເຊິ່ງຮຽກຮ້ອງໃຫ້ສະຫາຍຕ້ອງເພີ່ມທະວີຄວາມຮັບຜິດຊອບສູງກວ່າເກົ່າ ໃນການເປັນຫົວຫອກນຳພາວຽກງານວິຊາສະເພາະ ແລະ ວຽກງານການເມືອງ-ແນວຄິດ.

         ໃນຕອນແລງຂອງວັນທີ 20 ກຸມພາ 2026 ໜ່ວຍພັກຮາກຖາກຫ້ອງການ ໄດ້ຈັດຕັ້ງພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ, ໂດຍການເປັນປະທານຂອງ ສະຫາຍ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ ສມປຊ, ໃນພິທີກົມຈັດຕັ້ງ ໄດ້ຜ່ານມະຕິຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ສະຫາຍ ພອຍ ເພັງພັກດີ.

         ທັງສອງໜ່ວຍພັກໃນການຮັບເອົາມາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການເພີ່ມຈຳນວນສະມາຊິກພັກເທົ່ານັ້ນ, ແຕ່ແມ່ນການຄັດເລືອກເອົາ “ໜໍ່ແໜງ” ທີ່ດີເດັ່ນຈາກມະຫາຊົນ ເພື່ອມາເປັນກໍາລັງສືບທອດທີ່ຈົງຮັກພັກດີຕໍ່ອຸດົມການຂອງພັກ. ຜ່ານຂະບວນການຕິດຕາມ, ກວດກາປະຫວັດ ແລະ ການເຄື່ອນໄຫວຢ່າງລະອຽດ ໄດ້ພິສູດໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ ແລະ ຄວາມມຸ່ງໝັ້ນທີ່ຈະອຸທິດຕົນເພື່ອຊາດ ແລະ ເພື່ອປະຊາຊົນ.

ຂ່າວ: ປທ ຕາອັອດ ແສນທະວີສຸກ

                                                               ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ