ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ
ໃນທ່າມກາງບັນຍາກາດແຫ່ງໄມຕີຈິດມິດຕະພາບ ອັນສະໜິດສະໜົມ ແລະການຮ່ວມມືແບບບ້ານໃກ້ເຮືອນຄຽງທີ່ດີ, ໃນຕອນເຊົ້າ ວັນທີ 11 ທັນວາ 2025 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ຕ້ອນຮັບ ແລະພົບປະເຮັດວຽກ ລະຫວ່າງ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຜູ້ແທນຈາກ ວິທະຍາໄລ ການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ເພື່ອປຶກສາຫາລືແລກປ່ຽນບົດຮຽນ ແລະທິດທາງການຮ່ວມມືໃນອະນາຄົດ. ໃນພິທີດັ່ງກ່າວ, ຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…
