ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2026, ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ ສປປ ລາວ, ຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນໍາໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະເຊິ່ງປະກອບມີບັນດາຕາງໜ້າຈາກຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ອ້ອມຂ້າງສະຖາບັນ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ເນື່ອງໃນໂອກາດສະເຫຼີມ ສະຫຼອງ ວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 – 2 ກັນຍາ 2026). ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ຫງວຽນ ມິງ ເຕິມ (Nguyễn Minh Tâm) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນທາງການເມືອງອັນເລິກເຊິ່ງນີ້, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ຕາງໜ້າໃຫ້ແກ່ຄະນະບໍລິຫານງານພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທົ່ວ ສມປຊ ກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງ ຕໍ່ຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 81 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ. ຜົນສຳເລັດດັ່ງກ່າວ ບໍ່ພຽງແຕ່ເປັນການຍົກສູງບົດບາດອິດທິພົນຂອງຫວຽດນາມ ໃນເວທີພາກພື້ນ ແລະ ສາກົນເທົ່ານັ້ນ, ແຕ່ຍັງເປັນແຫຼ່ງກຳລັງໃຈອັນໃຫຍ່ຫຼວງ ແລະ ເປັນບົດຮຽນອັນລ້ຳຄ່າທາງດ້ານທິດສະດີ ແລະ ພຶດຕິກຳ ໃຫ້ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ພ້ອມກັນນັ້ນ, ທ່ານຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງໂດຍ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ. ໂດຍສະເພາະຢ່າງຍິ່ງ ແມ່ນການຮ່ວມມືຢ່າງສະໜິດແໜ້ນ ທາງດ້ານການກໍ່ສ້າງບຳລຸງພະນັກງານການນຳ-ຄຸ້ມຄອງ, ການຄົ້ນຄວ້າທິດສະດີການເມືອງ ແລະ ການແລກປ່ຽນບົດຮຽນດ້ານການກໍ່ສ້າງພັກ-ພະນັກງານ ລະຫວ່າງ ສມປຊ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ ໃນໄລຍະໃໝ່.

ໃນໂອກາດດຽວກັນ, ທ່ານ ຫງວຽນ ມິງ ເຕິມ (Nguyễn Minh Tâm) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການນຳພາຂອງ ສມປຊ ທີ່ໄດ້ມາອວຍພອນເນື່ອງໃນວັນປະຫວັດສາດຂອງຊາດຫວຽດນາມ ຄົບຮອບ 81 ປີ ເຊິ່ງເປັນການສະແດງເຖິງຄວາມຜູກພັນອັນດູດດື່ມຖານສະຫາຍອ້າຍນ້ອງ. ທ່ານທູດ ໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງສະຖານທູດ ໃນການສືບຕໍ່ເປັນຂົວຕໍ່ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນການສະໜັບສະໜູນວຽກງານການສຶກສາ, ການຄົ້ນຄວ້າທິດສະດີ ແລະ ການແລກປ່ຽນວິຊາການ ໃຫ້ຮັດ ແໜ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນໄປ.

ໃນຕອນທ້າຍ, ທັງສອງຝ່າຍໄດ້ອວຍພອນໃຫ້ເຊິ່ງກັນ ແລະ ກັນ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງສືບຕໍ່ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

————————-

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ