ພິທີເປີດຊຸດເຝິກອົບຮົມ ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ຊຸດທີ V
ໂດຍສຶບຕໍ່ປະຕິບັດໂຄງການຫັຼກສູດເຝິກອົບຮົມທິດສະດີການເມືອງ ແລະການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ສໍາລັບຫັຼກສູດເລຂາພັກເມືອງ. ກົມຄຸ້ມຄອງການຮຽນ-ການສອນ ສມປຊ ແລະສະຖາບັນຄົ້ນຄວ້າວິທະຍາສາດການປົກ ຄອງ ແລະເຝິກອົບຮົມ ຊຶ່ງແມ່ນກະຊວງພາຍໃນທີ່ໄດ້ສ້າງແຜນການເຄືື່ອນໄຫວໃນການຈັດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຮ່ວມກັນເປັນ ຊຸດທີ V ປະຈໍາປີ 2022. ສະນັ້ນ, ໃນວັນທີ 17 ຕຸລາ 2022 ໄດ້ມີພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດໃຫ້ແກ່ເລຂາພັກເມືອງ, ຄະນະປະຈຳພັກເມືອງຊຸດທີ V ຂຶ້ນຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເປັນຄະນະປະທານໂດຍ: ທ່ານ…
