ໂດຍສຶບຕໍ່ປະຕິບັດໂຄງການຫັຼກສູດເຝິກອົບຮົມທິດສະດີການເມືອງ ແລະການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ສໍາລັບຫັຼກສູດເລຂາພັກເມືອງ. ກົມຄຸ້ມຄອງການຮຽນ-ການສອນ ສມປຊ ແລະສະຖາບັນຄົ້ນຄວ້າວິທະຍາສາດການປົກ ຄອງ ແລະເຝິກອົບຮົມ ຊຶ່ງແມ່ນກະຊວງພາຍໃນທີ່ໄດ້ສ້າງແຜນການເຄືື່ອນໄຫວໃນການຈັດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຮ່ວມກັນເປັນ ຊຸດທີ V ປະຈໍາປີ 2022.

         ສະນັ້ນ, ໃນວັນທີ 17 ຕຸລາ 2022 ໄດ້ມີພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດໃຫ້ແກ່ເລຂາພັກເມືອງ, ຄະນະປະຈຳພັກເມືອງຊຸດທີ V ຂຶ້ນຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເປັນຄະນະປະທານໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ ແລະທ່ານ ນິສິດ ແກ້ວປັນຍາ ຮອງເລຂາອົງຄະນະພັກ, ຮອງລັດຖະມົນຕີກະຊວງພາຍໃນ, ຜູ້ເຂົ້າຮ່ວມມີ, ຄະນະນໍາ ສມປຊ, ຕາງໜ້າຄະນະຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ.

         ໃນພິທີ ທ່ານ ປອ ນ. ໄກສອນ ຈັນສີນາ ຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນ ການເຝິກອົບຮົມວ່າ: ຊຸດເຝິກອົບຮົມມີສຳມະນາກອນເຂົ້າຮ່ວມ 50 ທ່ານ, ຍິງ 2 ທ່ານ, ເຊິ່ງຈະໄດ້ຈັດເຝິກອົບຮົມເລີ່ມແຕ່ວັນທີ 17 ຕຸລາ ຫາ 4 ພະຈິກ 2022, ໃນນັັ້ນ: ຈະແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ແມ່ນເລີ່ມແຕ່ວັນທີ 17-30 ຕຸລາ 2022 ໃຊ້ເວລາ 10 ວັນ ຫຼື 70 ຊົ່ວໂມງ, ຈັດຕັັ້ງການເຝິກຫົວຂໍໍ້ທິດສະດີການເມືອງ ແລະການປົກຄອງ 16 ຫົວຂໍ້ ແລະໄລຍະທີ 2 ແມ່ນເລີ່ມແຕ່ວັນທີ 31 ຕຸລາ ຫາ 4 ພະຈິກ 2022 ໃຊ້ເວລາ 35 ຊົ່ວໂມງ, ຈັດຕັັ້ງການເຝິກຫົວຂໍ້ການບໍລິຫານຄຸ້ມຄອງລັດ 8 ຫົວຂໍ້ໍ. ການຈັດເຝິກອົບຮົມທັງໝົດ 2 ໄລຍະນັ້ນ ນັກສໍາມະນາກອນຈະໄດ້ຮັບຮູ້ຢ່າງເປັນລະບົບກ່ຽວກັບການໝູນໃຊ້ທິດສະດີມາກ-ເລນິນ, ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດ ຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັັ້ງທີ XI, ແຜນຍຸດທະສາດ ແລະວຽກງານຈຸດສຸມທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັັ້ງທີ IX ແລະແນໃສ່ໃຫ້ເລຂາພັກເມືອງ, ປະຕິບັດແບບແຜນນໍາພາ-ຄຸ້ມຄອງໃຫ້ເປັນເອກະພາບກັນທາງດ້ານແນວຄິດການເມືອງ, ປະຕິບັດຢ່າງເຂັ້ມງວດບັນດາຫັຼກການພື້ນຖານຂອງພັກ, ເພີ່ມທະວີການຕິດຕາມ, ກວດກາ, ການປະເມີນຜົນແລະການສະຫຼຸບລາຍງານການຈັດຕັັ້ງປະຕິບັດວຽກງານ ທີ່ຕົນຮັບຜິດຊອບ ພ້ອມທັງປັບປຸງແບບແຜນການເຄືື່ອນໄຫວໃນແຕ່ລະໄລຍະໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຍົກສູງຄວາມສາມາດນໍາພາ-ຊີ້ນໍາ, ເຮັດວຽກງານແນວຄິດການເມືອງໃຫ້ແກ່ປະຊາຊົນ ພາຍໃນເມືອງຂອງຕົນໃຫ້ມີຄວາມສາມັກຄີເປັນເອກະພາບກັນຢ່າງໜັກແໜ້ນ, ພັດທະນາຊີວິດການເປັນທີ່ຢູ່ດີຂຶ້ນຕາມຄາດໝາຍສູ້ຊົນ ທີ່ໄດ້ກໍານົດໄວ້ໃນແຕ່ລະໄລຍະ.

ເພື່ອເຮັດໃຫ້ບັ້ນຝຶກອົບຮົມໃນຊຸດນີ້ (ເວລາ 3 ອາທິດ) ໄດ້ຮັບຜົນດີ ແລະ ມີຜົນສຳເລັດສູງ ທ່ານ ປທ ນ. ບຸນມີ ຈຸນລະຈັກ ມີບາງຄວາມເຫັນຊີ້ນໍາ ແລະ ຮຽກຮ້ອງມາຍັງບັນດາດັ່ງນີ້:

ໜຶ່ງ: ສໍາລັບພະນັກງານ, ຄູ-ອາຈານທີ່ໄດ້ຮັບມອບໝາຍຂຶ້ນຫ້ອງ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ຖ່າຍທອດຄວາມຮູ້, ຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ກໍານົດເປັນເນື້ອໃນການຮຽນ-ການສອນ ໃຫ້ມັນຈະແຈ້ງ, ມັນເລິກ, ຕີແຕກບັນຫາທີ່ຕັ້ງຂຶ້ນໃນພຶດຕິກໍາ, ນໍາເອົາບົດຮຽນທີ່ສະຫຼຸບຈາກພຶດຕິກໍາມາຖ່າຍທອດໃຫ້ດີທີ່ສຸດ ເພື່ອນັກສຳມະນາກອນຈະເອົາໄປເປັນບົດຮຽນ, ໝູນໃຊ້ເຂົ້າໃນພຶດຕິກໍາ.

ຄູ-ອາຈານຕ້ອງຕິດຕາມຢ່າງໃກ້ຊິດຊຸດຝຶກອົບຮົມ ເພື່ອຊອກຮູ້ບົດຮຽນຕົວຈິງຈາກນັກຝຶກອົບ ຮົມ, ພວກເພິ່ນມີຄວາມຮູ້, ຄວາມສາມາດໃນການຊີ້ນໍາອົງການປົກຄອງນະຄອນ-ເມືອງ ຕົວຈິງ;

ສອງ: ສໍາລັບນັກຝຶກອົບຮົມ ຂໍໃຫ້ຕັ້ງໃຈຕິດຕາມ, ຈົດກ່າຍ, ສົນທະນາ, ຮູ້ສົມທຽບລະຫວ່າງທິດສະດີ ທີ່ໄດ້ຮັບຈາກຄູ-ອາຈານ ສົມທົບກັບບົດຮຽນພຶດຕິກໍາຕົວຈິງ ໃນການຊີ້ນໍາອົງການປົກຄອງນະ ຄອນ-ເມືອງ, ແລກປ່ຽນຄວາມຄິດເຫັນນໍາກັນ ຢ່າງກົງໄປກົງມາ, ເປີດເຜີຍ, ຈິງໃຈ ເພື່ອຊອກໃຫ້ເຫັນບັນຫາຕົວຈິງ ໃນການຊີ້ນໍາອົງການປົກຄອງນະຄອນ-ເມືອງ ເພື່ອນໍາເອົາບັນຫາຕົວຈິງດັ່ງກ່າວ ໄປສະເໜີຕໍ່ການນໍາພັກ-ລັດ ເພື່ອຊອກທາງອອກ, ວິທີແກ້ໄຂຮ່ວມກັນ, ເວົ້າແນວນີ້ ເພື່ອຊອກຫາຄວາມເປັນຈິງໃນການເຮັດໜ້າທີ່ເປັນຕົວແທນ ແລະ ຮັບຜິດຊອບຕໍ່ອົງການປົກຄອງແຂວງ, ນະຄອນຫຼວງ, ຊີ້ນໍາອົງການປົກຄອງນະຄອນ-ເມືອງ.

ສາມ: ບັນດາເນື້ອໃນທີ່ບັນຈຸຢູ່ໃນນີ້ກໍ່ບໍ່ຫຼາຍ ມີພຽງແຕ່ 19 ບົດເທົ່ານັ້ນ, ມີອັນໃດທີ່ເຫັນວ່າບໍ່ຄົບຖ້ວນ, ຕ້ອງການຢາກໃຫ້ນໍາມາເວົ້າຕື່ມ ຂໍໃຫ້ບັນດາສະຫາຍນໍາສະເໜີຕໍ່ຊຸດຝຶກອົບຮົມ; ຈາກຊຸດທີ I-IV ມາຮອດຊຸດນີ້ ພວກເຮົາກໍ່ປັບເນື້ອໃນຈໍານວນໜຶ່ງ ຈາກການສະເໜີຈາກ 3 ຊຸດທີຜ່ານມາ, ກໍ່ຢາກໄດ້ຄວາມຄິດເຫັນຈາກບັນດາສະຫາຍຕື່ມ; ຫວັງວ່າຈະໄດ້ຄວາມຮ່ວມມືຈາກບັນດາສະຫາຍດ້ວຍຄວາມຈິງໃຈ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ແສງອາລຸນ ຂັນເງິນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ