ເພື່ອເປັນການຊຸກຍູ້ ແລະອໍານວຍຄວາມສະດວກທາງດ້ານກິລາ, ໃນຕອນແລງຂອງວັນທີ 16 ມິຖຸນາ 2023 ທີ່ເດີ່ນເຕະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊຸດເຝິກອົບຮົມທິດສະດີການເມືອງ 3 ເດືອນຮຸ່ນທີ I ຈາກສະພາແຫ່ງຊາດໄດ້ອຸປະຖໍາອຸປະກອນກິລາເຊິ່ງປະກອບມີ:

  1. ປ້າຍຄະແນນເດີ່ນເຕະບານ 1 ປ້າຍ;
  2. ບານເຕະ 2 ໜ່ວຍ;
  3. ຕາໜ່າງໂກນເດີ່ນເຕະບານຈໍານວນ 2 ຄູ່.

        ລວມມູນຄ່າທັງໜົດ 4,000,000 ກີບ, ໂດຍມີຕາງໜ້າຊຸດເຝິກອົບຮົມທິດສະດີການເມືອງ 3 ເດືອນໂດຍແມ່ນ: ທ່ານ ສີສຸວັນ ສົມເພັດ ຫົວໜ້າຫ້ອງຮຽນ ພ້ອມດ້ວຍຄະນະນັກສຶກສາເປັນຜູ້ກ່າວມອບ. ເປັນກຽດກ່າວຮັບໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ພະນັກງານ, ຄູ-ອາຈານ. ເພື່ອເປັນການສະແດງຄວາມຊົມເຊີຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍໄດ້ກ່າວຂອບໃຈ ນໍາທ່ານ ສີສຸວັນ ສົມເພັດ ຫົວໜ້າຫ້ອງຮຽນພ້ອມດ້ວຍຄະນະນັກສຶກສາທີ່ໄດ້ຊ່ວຍອຸປະຖໍາອຸປະກອນກິລາໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ