ໃນວັນທີ 12 ພະຈິກ 2026 ຄະນະຮັບຜິດຊອບສ້າງວີດີໂອສະເຫຼີມສະຫຼອງວາລະສານ ທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ (21.11.1996-21.11.2026) ໄດ້ເຂົ້າຖ່າຍທໍາສໍາພາດ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ຜູ້ຊີ້ນໍາວຽກງານວາລະສານທິດສະດີການເມືອງ-ການປົກຄອງ ໃນປັດຈຸບັນ ເພື່ອເກັບກຳເນື້ອໃນປະຫວັດສາດ, ຜົນງານ ແລະ ທິດທາງຍຸດທະສາດໃນການພັດທະນາວາລະສານໃນໄລຍະໃໝ່.
ໃນໂອກາດນີ້, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ທັດສະນະ ແລະ ບົດຮຽນອັນເລິກ ເຊິ່ງທາງດ້ານແນວຄິດການເມືອງ ໂດຍຍົກໃຫ້ເຫັນຄວາມສໍາຄັນອັນເປັນຫຼັກແຫຼ່ງຂອງວາລະສານ ທິດສະດີການເມືອງ-ການປົກຄອງ ຕະຫຼອດໄລຍະ 30 ປີຜ່ານມາ ຊຶ່ງແມ່ນ “ອາວຸດທາງດ້ານແນວຄິດ-ທິດສະດີ” ອັນແຫຼມຄົມຂອງພັກ ໃນການໂຄສະນາ, ເຜີຍແຜ່ແນວທາງ, ມະຕິ, ຄໍາສັ່ງຂອງພັກ ແລະ ກົດໝາຍຂອງລັ ດ ພ້ອມທັງເປັນເວທີແລກປ່ຽນບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງໃນພາລະກິດປ່ຽນແປງໃໝ່ຂອງປະເທດຊາດ.
ຄຽງຄູ່ກັບຜົນງານອັນພົ້ນເດັ່ນດັ່ງກ່າວ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຍັງໄດ້ເນັ້ນໜັກຢ່າງໜັກແໜ້ນເຖິງ ທິດທາງອະນາຄົດ ແລະ ວິໄສທັດໃນການຫັນເປັນທັນສະໄໝ ຂອງວາລະສານ ໃຫ້ສອດ ຄ່ອງກັບການພັດທະນາຂອງຍຸກເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນແຫ່ງຊາດ. ພາຍໃຕ້ສະພາບການທີ່ເຕັກໂນໂລຊີຂໍ້ມູນຂ່າວສານເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ວາລະສານຈໍາເປັນຕ້ອງໄດ້ປັບປຸງ ແລ ະ ຍົກລະດັບຮູບແບບການນໍາສະເໜີ ໂດຍການຫັນສູ່ ຮູບແບບອີເລັກໂທນິກ (E-Magazine) ແລະ ການອ່ານອອນໄລຜ່ານເວັບໄຊ. ການຫັນໄປສູ່ລະບົບດິຈິຕອນນີ້ ຖືເປັນບາດກ້າວບຸກທະລຸທີ່ສໍາຄັນ ເຊິ່ງຈະຊ່ວຍທະລຸທະລວງຂໍ້ຈຳກັດດ້ານເວລາ ແລະ ພື້ນທີ່, ເຮັດໃຫ້ເນື້ອໃນບົດຄວາມ, ບົດຄົ້ນຄວ້າທິດສະດີ ແລະ ຂຸ້ນຂ່າວສານອັນເປັນມູນເຊື້ອ ສາມາດເຂົ້າເຖິງເປົ້າໝາຍຂອງຜູ້ອ່ານໄດ້ຢ່າງກວ້າງຂວາງ, ວ່ອງໄວ ແລະ ທົ່ວເຖິງກວ່າເກົ່າ ບໍ່ວ່າຈະເປັນພະນັກງານນໍາພາ-ຄຸ້ມຄອງ, ນັກຄົ້ນຄວ້າ, ນັກສຶກສາ ຫຼື ມວນຊົນຜູ້ສົນໃຈທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ສິ່ງດັ່ງກ່າວຈະເປັນການປະກອບສ່ວນອັນຕັ້ງໜ້າເຂົ້າໃນວຽກງານປ້ອງກັນ ແລະ ຕ້ານປະກົດການຫຍໍ້ທໍ້ທາງດ້ານແນວຄິດ, ພ້ອມທັງເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ຄວາມເປັນປຶກແຜ່ນແໜ້ນໜາໃນສັງຄົມ.
ການຖ່າຍທໍາສໍາພາດໃນຄັ້ງນີ້ ການບັນທຶກປະຫວັດສາດແຫ່ງການເຕີບໃຫຍ່ຂອງວາລະສານຄັ້ງນີ້ ເປັນການສົ່ງສານອັນໜັກແໜ້ນຈາກການນໍາຂັ້ນສູງ ໃນການສືບຕໍ່ ປະດິດສ້າງ, ພັດທະນາ ແລະ ບຸກທະລຸ ວຽກງານວາລະສານທິດສະດີການເມືອງ-ການປົກຄອງ ໃຫ້ກ້າວຂຶ້ນສູ່ລະດັບມາດຕະຖານໃໝ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.
—————————————-
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ: ນາງ ດອກໄມ້ ຈັນດາລາ ແລະ ລຳພູນ ຖຸນໄຊຍາ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
