ພາຍຫຼັງສຳເລັດການເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ, ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຂວງ (ສມປຊ) ໄດ້ໃຫ້ກຽດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໃນຕອນເຊົ້າຂອງວັນທີ 12 ພະຈິກ 2026.

ໃນໂອກາດອັນສະຫງ່າລາສີດັ່ງກ່າວ, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກ ທ່ານ ຄໍາສີ ດັງສະໄຫວ ປະທານກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະນຳ, ພະນັກງານ ແລະ ຄູ-ອາຈານ. ໃນໂອກາດເຮັດວຽກຮ່ວມກັນ, ທ່ານຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍສັງເຂບ, ຜົນງານການຈັດຕັ້ງປະຕິບັດການຮຽນ-ການສອນ, ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການປະຕິບັດໜ້າທີ່ການເມືອງຂອງໂຮງຮຽນໃນໄລຍະຜ່ານມາ.

ຈາກນັ້ນ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະນໍາ, ພະນັກງານ ແລະ ຄູ-ອາຈານ ຂອງໂຮງຮຽນ. ກ່ອນອື່ນໝົດ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ຕໍ່ກັບຜົນງານອັນພົ້ນເດັ່ນທີ່ທາງໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະ ເພາະແມ່ນຄວາມຕັ້ງໜ້າໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງ ແລະ ການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງຢູ່ທ້ອງຖິ່ນ. ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ຖັນແຖວຄູ-ອາຈານ ສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຮັບປະກັນຄຸນນະພາບຂອງ “ເບົ້າຫຼໍ່” ໃຫ້ສົມກັບເປັນເສນາທິການອັນແຫຼມຄົມຂອງຄະນະພັກແຂວງ.

ໃນຕອນແລງຂອງວັນດຽວກັນ, ບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີກໍໄດ້ ດຳເນີນໄປຢ່າງຟົດຟື້ນ ໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ຫົວໜ້າ ສມປຊ ແລະ ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ, ເລຂາພັກແຂວງຫຼວງນ້ຳທາ ໄດ້ໃຫ້ກຽດ ຮ່ວມກັນປູກຕົ້ນໄມ້ ຈຳນວນ 2 ຕົ້ນ ໄວ້ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ເພື່ອເປັນສັນຍາລັກແຫ່ງຄວາມຊົງຈຳ, ເປັນມູນເຊື້ອອັນດີງາມ ແລະ ເປັນທີ່ລະນຶກອັນລ້ຳຄ່າເນື່ອງໃນໂອກາດການເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຄັ້ງປະຫວັດສາດນີ້.

—————————

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

—————————–

ຂ່າວອື່ນໆ