ໃນຕອນບ່າຍຂອງວັນທີ 18 ພະຈິກ 2026 ເວລາ 14:00ໂມງ ທີ່ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ (ສມປຊ), ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຕາງໜ້າຄະນະກົມ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສມປຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຂອງ ຄະນະພະນັກງານ ຈາກ ຄະນະຈັດຕັ້ງສູນກາງພັກແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ຈໍານວນ 10 ທ່ານ, ນໍາໂດຍ ທ່ານ ຮວິ່ງ ແທັງ ຍາ ຮອງຜູ້ອໍານວຍການ ຫໍພັກນັກສຶກສາລາວ – ກຳປູເຈຍ ນະຄອນໂຮ່ຈີມິນ ເຊິ່ງເປັນຄະນະພະນັກງານທີ່ກຳລັງສຶກສາບຳລຸງພາສາ ແລະ ວັດທະນະທໍາລາວ ຢູ່ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ (ມຊ). ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນການຜັນຂະຫຍາຍແຜນກິດຈະກຳແລກປ່ຽນວິຊາການ ຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະຈັດຕັ້ງສູນກາງພັກ ສສ ຫວຽດນາມ ວ່າດ້ວຍໂຄງການບຳລຸງພາສາ ແລະ ວັດທະນະທໍາລາວ ໃຫ້ແກ່ພະນັກງານ ຈາກ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ທີ່ໄດ້ເຫັນຄວາມສໍາຄັນ ຂອງການມາສຶກສາຮຽນຮູ້ພຶດຕິກຳຕົວຈິງ ຢູ່ ສມປຊ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຍົກສູງຄຸນນະພາບຂອງພະນັກງານເຮັດວຽກງານຈັດຕັ້ງ-ກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງນັກສຶກສາສາກົນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງທາງດ້ານພາສາ, ວັດທະນະທຳ ຕະຫຼອດຮອດກົນໄກການກໍ່ສ້າງ ແລະ ບຳລຸງພະນັກງານຂອງ ສປປ ລາວ.



ໃນພິທີພົບປະ, ຄະນະຮັບຜິດຊອບຂອງ ສມປຊ ໄດ້ນໍາສະເໜີ ແລະ ແລກປ່ຽນບົດຮຽນໃນ 3 ຂົງເຂດວຽກງານຫຼັກ ຄື: 1). ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງ ສມປຊ ໃນຖານະທີ່ເປັນສູນກາງການກໍ່ສ້າງ-ບຳລຸງພະນັກງານນໍາພາ-ຄຸ້ມຄອງ ທາງດ້ານທິດສະດີການເມືອງ ແລະ ການປົກຄອງ ທັງເປັນສູນກາງຄົ້ນຄວ້າວິທະຍາສາດທິດສະດີ ແລະ ພຶດຕິກຳ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ ແລະ ລັດ; 2). ການພັດທະນາ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່ ໂດຍເນັ້ນການສົມທົບລະຫວ່າງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ກັບພຶດຕິກຳແຫ່ງການພັດທະນາປະເທດຊາດ; 3). ວຽກງານການພົວພັນຕ່າງປະເທດ ໂດຍສະເພາະແມ່ນການຮ່ວມມືຮອບດ້ານ ລະຫວ່າງ ສມປຊ ກັບ ບັນດາສະຖາບັນການເມືອງ ແລະ ໂຮງຮຽນພັກ ຂອງ ສສ ຫວຽດນາມ ໃນການແລກປ່ຽນຄະນະຜູ້ແທນ, ການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການກໍ່ສ້າງຖັນແຖວພະນັກງານສືບທອດ.










ການພົບປະແລກປ່ຽນຄັ້ງນີ້ ບໍ່ພຽງແຕ່ເປັນການຖອດຖອນບົດຮຽນທາງດ້ານວິຊາການເທົ່ານັ້ນ, ແຕ່ຍັງມີຄວາມໝາຍທາງການເມືອງອັນເລິກເຊິ່ງ ໃນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະໜົງແກ່ນຍິ່ງໆຂຶ້ນ. ການທີ່ພະນັກງານຈາກຄະນະຈັດຕັ້ງສູນກາງພັກ ສສ ຫວຽດນາມ ໄດ້ມາສຶກສາພາສາ, ວັດທະນະທຳ ແລະ ຮຽນຮູ້ວຽກງານກໍ່ສ້າງພະນັກງານ ຢູ່ ສປປ ລາວ ຖືເປັນຂົວຕໍ່ສໍາຄັນທີ່ເຮັດໃຫ້ຖັນແຖວພະນັກງານຮຸ່ນສືບທອດຂອງທັງສອງປະເທດ ມີຄວາມເຂົ້າອົກເຂົ້າໃຈກັນຢ່າງສະໜິດແໜ້ນ, ຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອການປະຕິວັດອັນບໍລິສຸດຜຸດຜ່ອງ ທີ່ບັນດາຜູ້ນຳຮຸ່ນກ່ອນໄດ້ສ້າງໄວ້ໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.
ໃນຕອນທ້າຍຂອງພິທີ, ທ່ານ ຮວິ່ງ ແທັງ ຍາ ຕາງໜ້າໃຫ້ຄະນະພະນັກງານ ຈາກ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄະນະພັກ, ຄະນະນໍາ ສມປຊ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຢ່າງສົມກຽດ ແລະ ຖ່າຍທອດບົດຮຽນອັນລໍ້າຄ່າ, ພ້ອມທັງຢືນຢັນວ່າ ຈະນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ເກີດປະໂຫຍດສູງສຸດ. ຈາກນັ້ນ, ທັງສອງຝ່າຍຍັງໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດແຫ່ງຄວາມສະໜິດສະໜົມ, ໄມຕີຈິດມິດຕະພາບ ແລະ ໄດ້ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ.
ຂ່າວ, ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
