ສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນ ໂຮງຮຽນການເມືອງ-ການປົກຄອງ ແລະ ສຳມະນາວິທະຍາສາດຫົວຂໍ້: “ສ້າງຄວາມເຂັ້ມແຂງການຜະລິດພາຍໃນ ຢູ່ 6 ແຂວງພາກເໜືອ”
ໃນລະຫວ່າງວັນທີ 3 ຫາ 4 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ໄດ້ມີການຈັດກອງປະຊຸມສໍາມະນາວິທະຍາສາດຂັ້ນພາກ ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງການຜະລິດພາຍໃນ ຢູ່ 6 ແຂວງພາກເໜືອ”. ກອງປະຊຸມອັນມີຄວາມໝາຍຄວາມສຳຄັນທາງດ້ານການເມືອງຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ການດຳເນີນກອງປະຊຸມ ແມ່ນມີການເຂົ້າຮ່ວມ…
