ຢູ່ທີ່ສຳນັກງານຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ມີພິທີພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັນ ລະຫວ່າງ ຄະນະບໍລິຫານງານພັກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະ ໂຄສະນາອົບຮົມແຂວງວຽງຈັນ ໃນວັນທີ 3 ກັນຍາ 2026, ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ຮສ ປອ ນາງ ລຳພູນ ດວນສຸວັນ, ຄະນະບໍລິຫານງານພັກ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ພ້ອມດ້ວຍຄະນະນັກຄົ້ນຄວ້າວິທະຍາສາດ. ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ນາງ ຈັນທະຄອນ ສີອຳພອນ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍຄະນະພັກ, ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ການພົບປະຄັ້ງນີ້, ເປັນການຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງ ສອງອົງການຈັດຕັ້ງພັກ ທີ່ເຮັດໜ້າທີ່ເປັນເສນາທິການທາງດ້ານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງທາງດ້ານປະຫວັດສາດ ແລະ ການເມືອງ. ຈຸດປະສົງຫຼັກຂອງການລົງເຄື່ອນໄຫວວຽກງານຢູ່ແຂວງວຽງຈັນຂອງຄະນະໃນຄັ້ງນີ້ ແມ່ນເພື່ອລົງເລິກເກັບກຳຂໍ້ມູນທາງປະຫວັດສາດ ກ່ຽວກັບການເຄື່ອນໄຫວຊີ້ນໍາ-ນໍາພາ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ໃນໄລຍະ ທີ່ເພິ່ນໄດ້ເດີນທາງມາເຄື່ອນໄຫວຢູ່ພື້ນທີ່ແຂວງວຽງຈັນໃນອະດີດ.

ໃນໂອກາດດັ່ງກ່າວ, ທ່ານ ຮສ ປອ ນາງ ລຳພູນ ດວນສຸວັນ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນພາວະວິໄສ ແລະ ຄວາມສໍາຄັນຂອງການສຶກສາຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ ເຊິ່ງເປັນພື້ນຖານອຸດົມການ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການປະຕິວັດລາວໃນທຸກຍຸກທຸກສະໄໝ, ການລົງພື້ນທີ່ຕົວ ຈິງໃນຄັ້ງນີ້ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈະໄດ້ລົງພົບປະ ແລະ ສໍາພາດຄວາມຮູ້ສຶກ, ຄວາມຊົງຈໍາ ກໍຄືບົດຮຽນອັນລໍ້າຄ່າ ຈາກບັນດາອະດີດພະນັກງານການນໍາ-ອາວຸໂສບຳນານ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ເຄີຍໄດ້ຮ່ວມວຽກງານ, ເຄີຍໃຫ້ການຕ້ອນຮັບ ຫຼື ໄດ້ຮັບຟັງການໂອ້ລົມຢ່າງໃກ້ຊິດ ຈາກປະທານ ໄກສອນ ພົມວິຫານ ໃນໄລຍະນັ້ນ. ການສໍາພາດດັ່ງກ່າວ ແມ່ນເພື່ອແນໃສ່ຖອດຖອນເອົາວິທີການນໍາພາ, ແບບແຜນການເຮັດວຽກທີ່ຕິດແທດກັບຮາກຖານປະຊາຊົນ ແລະ ທັດສະນະມະຫາຊົນອັນກວ້າງຂວາງຂອງເພິ່ນ ມາເປັນຂໍ້ມູນຫຼັກຖານທາງວິທະຍາສາດທີ່ໜັກແໜ້ນ.

ໃນຂະນະດຽວກັນ, ທ່ານ ນາງ ຈັນທະຄອນ ສີອຳພອນ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການລົງເຄື່ອນໄຫວຂອງຄະນະໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ທາງຄະນະໂຄສະນາອົບຮົມ ແຂວງວຽງຈັນ ຈະໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃນທຸກດ້ານ ເພື່ອເຮັດໃຫ້ການເກັບກຳຂໍ້ມູນປະຫວັດສາດດັ່ງກ່າວ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ. ທ່ານຍັງໄດ້ເນັ້ນຢໍ້າວ່າ: ຂໍ້ມູນທີ່ໄດ້ຈາກການສໍາພາດ ແລະ ເກັບກຳໃນຄັ້ງນີ້ ຈະກາຍເປັນມໍລະດົກຕົກທອດທາງດ້ານແນວຄິດ-ການເມືອງອັນລໍ້າ ຄ່າ ເປັນບົດຮຽນອັນສໍາຄັນໃຫ້ແກ່ ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນຊາວແຂວງວຽງຈັນ ໃນການສືບຕໍ່ສຶກສາອົບຮົມມູນເຊື້ອປະຕິວັດ, ປູກຈິດສໍານຶກຮັກຊາດ ແລະ ຮັກລະບອບໃໝ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ຊາວໜຸ່ມເຍົາວະຊົນຮຸ່ນສືບທອດຕໍ່ໄປ.

ການເຄື່ອນໄຫວຂອງສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສມປຊ ໃນຄັ້ງນີ້ ຖືເປັນບາດກ້າວສໍາຄັນໃນການຫັນເອົາທິດສະດີມາຍົກລະດັບດ້ວຍພຶດຕິກຳຕົວຈິງ, ສອດຄ່ອງກັບແນວທາງການປັບປຸງວຽກງານການເມືອງ-ແນວຄິດຂອງພັກ ໃຫ້ມີຄວາມໜັກແໜ້ນ, ເລິກເຊິ່ງ ແລະ ມີຊີວິດຊີວາ, ຮັບປະກັນໃຫ້ ແນວຄິດໄກສອນ ພົມວິຫານ ເປັນບ່ອນອີງອັນໝັ້ນຄົງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

—————————

ຂ່າວ: ຕາອັອດ ແສນທະວີສຸກ

ຮູບພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ