ໃນລະຫວ່າງວັນທີ 3 ຫາ 4 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ໄດ້ມີການຈັດກອງປະຊຸມສໍາມະນາວິທະຍາສາດຂັ້ນພາກ ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງການຜະລິດພາຍໃນ ຢູ່ 6 ແຂວງພາກເໜືອ”. ກອງປະຊຸມອັນມີຄວາມໝາຍຄວາມສຳຄັນທາງດ້ານການເມືອງຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ການດຳເນີນກອງປະຊຸມ ແມ່ນມີການເຂົ້າຮ່ວມ ຂອງການນຳແຂວງບໍ່ແກ້ວ, ຜູ້ຕາງໜ້າຈາກ ສມປຊ, ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ ແລະນັກວິທະຍາ ສາດ ຈາກໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອ ຄື: ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະ ແຂວງຜົ້ງສາລີ.


ໃນບົດຄຳເຫັນກ່າວໄຂກອງປະຊຸມ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ຕີລາຄາຢ່າງເລິກເຊິ່ງຕໍ່ສະພາບການປ່ຽນແປງຂອງໂລກ ທີ່ມີຄວາມສັບສົນ, ຄາດເດົາໄດ້ຍາກ ແລະ ມີການແຂ່ງຂັນກັນລະຫວ່າງປະເທດມະຫາອຳນາດ. ທ່ານໄດ້ຊີ້ໃຫ້ເຫັນວ່າ ຄວາມຜັນຜວນທາງດ້ານເສດຖະກິດ, ໄພສົງຄາມ ແລະ ຄວາມສ່ຽງດ້ານເງິນເຟີ້ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ການພັດທະນາ. ຕໍ່ກັບສະພາບການດັ່ງກ່າວ, ສປປ ລາວ ກໍາລັງຢູ່ໃນໄລຍະສໍາຄັນທີ່ສຸດ ທີ່ຮຽກຮ້ອງໃຫ້ມີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບົນພື້ນຖານການຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນມາກ່ອນ. ດັ່ງນັ້ນ, ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງເປັນບາດກ້າວສຳຄັນໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ສະບັບທີ III, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ແລະ ມະຕິ 04 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
ກອງປະຊຸມໄດ້ເນັ້ນໜັກເຖິງພາລະບົດບາດຂອງໂຮງຮຽນການເມືອງ-ການປົກຄອງ ຕ້ອງເປັນໃຈກາງໃນການຄົ້ນຄວ້າ, ວິໄຈ ເພື່ອສະໜອງຂໍ້ມູນໃຫ້ແກ່ການປັບປຸງແນວທາງຂອງພັກ. ທ່ານປະທານກອງປະຊຸມ ໄດ້ຍົກເອົາທິດຊີ້ນຳ ຂອງສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ໄດ້ເນັ້ນໜັກໃຫ້ລະບົບໂຮງຮຽນພັກ ຕ້ອງຫັນປ່ຽນການສິດສອນ ໂດຍ “ບໍ່ພຽງແຕ່ສອນເພື່ອຮູ້ ແຕ່ຕ້ອງສອນເພື່ອປະຕິບັດ”.
ພ້ອມກັນນັ້ນ, ໃນວັນທີ 4 ກັນຍາ, ຍັງໄດ້ມີກອງປະຊຸມຖອດຖອນບົດຮຽນ ກ່ຽວກັບການບໍລິຫານ-ຄຸ້ມຄອງໂຮງຮຽນ ແລະ ການຈັດຕັ້ງປະຕິບັດຫຼັກສູດ ຢູ່ 6 ແຂວງພາກເໜືອ ເພື່ອຮັບປະກັນການສ້າງຖັນແຖວນັກຄົ້ນ ຄວ້າ, ນັກວິເຄາະ-ວິໄຈ ການເມືອງ ທີ່ຕອບສະໜອງໄດ້ກັບຄວາມຕ້ອງການໃໝ່ຂອງພັກ.
ບົດຄົ້ນຄວ້າວິທະຍາສາດ ໄດ້ຊີ້ໃຫ້ເຫັນວ່າ 6 ແຂວງພາກເໜືອ ມີທ່າແຮງຍຸດທະສາດທີ່ຄ້າຍຄືກັນ ເປັນຕົ້ນແມ່ນ ມີດິນ, ແຫຼ່ງນ້ຳ, ຊາຍແດນຕິດຈອດກັບ ໄທ, ມຽນມາ, ສປ ຈີນ ແລະ ຫວຽດນາມ. ແຂວງບໍ່ແກ້ວ ມີດ່ານສາກົນເຖິງ 3 ແຫ່ງ, ມີເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ ແລະ ຂົວມິດຕະພາບແຫ່ງທີ 4 ທີ່ເຊື່ອມໂຍງອະນຸພາກພື້ນ. ເຖິງຢ່າງໃດກໍຕາມ, ຜ່ານມາການຜະລິດຍັງກະແຈກກະຈາຍ, ເອື່ອຍອີງທຳມະຊາດ ແລະ ເພິ່ງພາການລົງທຶນຈາກຕ່າງປະເທດ ພ້ອມທັງສົ່ງອອກພຽງວັດຖຸດິບເປັນຕົ້ນຕໍ. ກອງປະຊຸມຈຶ່ງໄດ້ສຸມໃສ່ຄົ້ນຄວ້າຊອກຫາຊ່ອງທາງສ້າງຄວາມເຂັ້ມແຂງ ໂດຍຍົກຕົວຢ່າງການລົງມືປະຕິບັດຕົວຈິງໃນທ້ອງຖິ່ນ ເຊັ່ນ: ການສົ່ງເສີມການຜະລິດສະບຽງອາຫານ, ສົ່ງເສີມສະຫະກອນຊາ ແລະ ຢາງພາລາ, ການປຸງແຕ່ງຫັດຖະກຳທີ່ຕິດພັນກັບການທ່ອງທ່ຽວ ເຊິ່ງລ້ວນແຕ່ເປັນການຫັນປ່ຽນຈາກເສດຖະກິດທຳມະຊາດ ໄປສູ່ເສດຖະກິດສິນຄ້າ.
ເພື່ອຮັບປະກັນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນຈິງ, ກອງປະຊຸມໄດ້ສະ ເໜີທັດສະນະທາງການເມືອງ ແລະ ມາດຕະການດັ່ງນີ້:
1. ການຍົກສູງແນວຄິດການເມືອງ: ຕ້ອງຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍໃຫ້ຕິດພັນກັບສະພາບຈຸດພິເສດຕົວຈິງ ຂອງ 6 ແຂວງພາກເໜືອ.
2. ການນຳພາຂອງພັກ-ລັດ: ຕ້ອງມີການຕັດສິນໃຈສູງ ແຕ່ເທິງລົງລຸ່ມ ດ້ວຍມາດຕະການທີ່ເຂັ້ມງວດ-ເດັດຂາດ ຕາມລະບຽບກົດໝາຍ ແລະ ຕ້ອງເຮັດແທ້ທຳຈິງ.
3. ການປັບປຸງນະໂຍບາຍ: ຕ້ອງເປັນເຈົ້າການສ້າງນະໂຍບາຍ, ຂຸດຄົ້ນແຫຼ່ງທຶນ ແລະ ສົ່ງເສີມເຕັກນິກ ເພື່ອຊ່ວຍໃຫ້ປະຊາຊົນ ແລະ ສະຫະກອນ ເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດໄດ້ງ່າຍຂຶ້ນ.
4. ຄວາມໂປ່ງໃສ ແລະ ການມີສ່ວນຮ່ວມ: ຕ້ອງຮັບປະກັນຄວາມໂປ່ງໃສ ໂດຍເປີດໂອກາດໃຫ້ປະ ຊາຊົນມີສ່ວນຮ່ວມໃນການຕິດຕາມກວດກາ ເພື່ອສ້າງຄວາມເຊື່ອໝັ້ນ ຈາກທັງພາຍໃນ ແລະ ສາກົນ ຕໍ່ກັບການຈັດຕັ້ງພັກ-ລັດ.
5. ການອີງໃສ່ຫຼັກວິທະຍາສາດ: ການຊີ້ນຳການຜະລິດ ຕ້ອງອີງໃສ່ຫຼັກວິທະຍາສາດ-ວິຊາການ, ບໍ່ອາດສາມາດເຮັດຕາມລຳພັງໃຈຂອງຜູ້ໃດຜູ້ໜຶ່ງໄດ້ ແຕ່ຕ້ອງໃຊ້ຊ່ຽວຊານສະເພາະດ້ານມາຊ່ວຍວາງແຜນ ແລະ ວິເຄາະບັນຫາ.
ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ແມ່ນບັ້ນດຳເນີນຊີວິດການເມືອງທີ່ເລິກເຊິ່ງ ເພື່ອປຸກລະດົມທຸກກຳລັງແຮງຂອງພັກ, ຂອງລັດ ແລະ ປະຊາຊົນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ. ຜົນສຳເລັດຂອງກອງປະຊຸມ ຈະກາຍເປັນເຂັມທິດຊີ້ທາງໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຂອງ 6 ແຂວງພາກເໜືອ ນຳເອົາໄປຈັດຕັ້ງຜັນຂະຫຍາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງສາປະເທດຊາດໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
————————
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນາງ ວົງຕາວັນ ວົງກິແກ້ວ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ