ໃນວັນທີ 2 ກັນຍາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີ ການຈັດພິທີມອບ-ຮັບປື້ມຢ່າງເປັນທາງການ ສໍາລັບປື້ມ “ຄວາມຮູ້ເບື້ອງຕົ້ນກ່ຽວກັບສິດທິມະນຸດ ໃນອາຊີ ຕາເວັນອອກສຽງໃຕ້ ເຫຼັ້ມທີ 1” ອັນເປັນຜົນງານຈາກເຄືອຂ່າຍສະຖາບັນສິດທິມະນຸດ ແລະ ສັນຕິພາບສຶ ກສາຂອງອາຊີຕາເວັນອອກສຽງໃຕ້ (SEAHRN) ແລະ ຈັດພິມໂດຍໂຄງການ SHAPE-SEA. ພິທີອັນມີຄວາມໝາຍສໍາຄັນນີ້ ໄດ້ຮັບກຽດເປັນປະທານ ແລະ ຕາງໜ້າກ່າວຮັບມອບໂດຍ ທ່ານ ປອ ຄໍາໃບ ມາລາສິງ, ຄະນະປະຈຳພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ແລະ ຕາງໜ້າມອບໂດຍ ທ່ານ ນາງ ເຄດ ກູດຟຣຸທ (Kate Goodfruit), ເລຂາໂທ ຜູ້ຕາງໜ້າຈາກສະຖານທູດອົດສະຕາລີ ປະຈຳ ສປປ ລາວ.



ພິທີມອບ-ຮັບປື້ມຄັ້ງນີ້ ເປັນການຢັ້ງຢືນເຖິງແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ ໃນການເປີດກວ້າງການຮ່ວມມືສາກົນ ແລະ ການສ້າງຊັບພະຍາກອນມະນຸດ. ການນໍາເອົາປຶ້ມດັ່ງກ່າວມາໝູນໃຊ້ ໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນເພື່ອແນໃສ່ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງໃຫ້ ແກ່ພະນັກງານນໍາພາ-ຄຸ້ມຄອງ ແລະ ນັກສຶກສາ ກ່ຽວກັບມາດຕະຖານສາກົນວ່າດ້ວຍສິດທິມະນຸດ, ການປົກຄອງລັດດ້ວຍກົດໝາຍ (Rule of Law) ແລະ ພັນທະໜ້າທີ່ຂອງລັດ ສິ່ງນີ້ສອດຄ່ອງກັບຄວາມມຸ່ງໝັ້ນ ຂອງ ສປປ ລາວ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ຮັບປະກັນວ່າປະຊາຊົນຈະໄດ້ຮັບການປົກປ້ອງທີ່ເທົ່າທຽມກັນພາຍໃຕ້ກົດໝາຍ ເພື່ອຄວາມສະຫງົບ ແລະ ຄວາມຍຸຕິທໍາໃນສັງຄົມ
ປື້ມຫົວນີ້ ຖືກອອກແບບມາໃຫ້ເປັນແຫຼ່ງຂໍ້ມູນແບບເປີດກວ້າງ ແລະ ເຂົ້າເຖິງໄດ້ໂດຍບໍ່ຕ້ອງເສຍຄ່າ ເພື່ອໃຫ້ນັກສຶກສາລະດັບປະລິນຍາຕີ ແລະ ຜູ້ສົນໃຈທົ່ວໄປສາມາດສຶກສາໄດ້. ເນື້ອໃນຂອງປຶ້ມໄດ້ຍົກ ໃຫ້ເຫັນເຖິງບັນດາຄຸນລັກສະນະພື້ນຖານຂອງສິດທິມະນຸດ ເຊັ່ນ: ຄວາມເປັນສາກົນ, ສິ່ງຕິດຕົວມາແຕ່ກຳເນີດ, ກຽດສັກສີ ແລະ ຄວາມສະເໝີພາບ ໂດຍມີການເຊື່ອມໂຍງເຂົ້າກັບສະພາບການຕົວຈິງ ຜ່ານກໍລະນີສຶກສາໃນຂົງເຂດ 11 ປະເທດອາຊີຕາເວັນອອກສຽງໃຕ້.


ທ່ານ ນາງ ເຄດ ກຸດຟຣຸທ (Kate Goodfruit), ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ໄດ້ກ່າວມອບປື້ມ ດັ່ງກ່າວ ຈໍານວນ 600 ຫົວ ພ້ອມທັງໄດ້ສະແດງຄວາມຍິນດີຢ່າງຍິ່ງຕໍ່ຜົນສໍາເລັດຂອງໂຄງການຮ່ວມມືດັ່ງກ່າວ. ທ່ານໄດ້ເນັ້ນໜັກວ່າ: “ການສະໜັບສະໜູນການສຶກສາດ້ານສິດທິມະນຸດ ແລະ ສັນຕິພາບ ແມ່ນໜຶ່ງໃນບູລິມະສິດທີ່ສໍາຄັນຂອງອົດສະຕາລີ ໃນການສົ່ງເສີມການພັດທະນາແບບຍືນຍົງໃນພາກພື້ນ. ການມອບປື້ມໃນຄັ້ງນີ້ ຈະເປັນການວາງຮາກຖານອັນໜັກແໜ້ນໃຫ້ແກ່ການສຶກສາວິເຄາະ-ວິໄຈ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກສິດທິມະນຸດໃນອາຊຽນ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ. ການສຶກສາກ່ຽວກັບສິດທິມະນຸດ ແມ່ນການປະກອບສ່ວນໂດຍກົງເຂົ້າໃນການປົກປ້ອງຄວາມສະຫງົບທາງສັງຄົມ, ສ້າງຄວາມຍຸຕິທຳ ແລະ ຊ່ວຍໃຫ້ພວກເຮົາເຂົ້າໃຈບໍລິບົດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ຢ່າງຈະແຈ້ງຂຶ້ນ. ການປົກຄອງລັດດ້ວຍກົດໝາຍ ຈະຮັບປະກັນໄດ້ ກໍຕໍ່ເມື່ອພະນັກງານ ແລະ ປະຊາຊົນ ມີ ຄວາມຮູ້ຄວາມເຂົ້າໃຈຕໍ່ສິດ ແລະ ພັນທະຂອງຕົນ”.ເປັນກຽດກ່າວຮັບຂອງ ທ່ານ ປອ ຄໍາໃບ ມາລາສິງ ພ້ອມທັງໄດ້ຕາງໜ້າຄະນະພັກ, ຄະນະນໍາ ສ ມປຊ ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ສະຖານທູດອົດສະຕາລີ ພ້ອມທັງຢືນຢັນວ່າ ປື້ມເຫຼັ້ມນີ້ ຈະຖືກນໍາໄປໝູນໃຊ້ເຂົ້າໃນຫຼັກສູດການສິດສອນຂອງຄະນະລັດທິສັງຄົມນິຍົມວິທະຍາສາດ ແລະ ພາ ກສ່ວນອື່ນໆທີ່ກ່ຽວຂ້ອງ ໃຫ້ເກີດປະໂຫຍດສູງສຸດ.
—————————————–
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
