ໃນຕອນເຊົ້າຂອງວັນທີ 4 ກັນຍາ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ລະບົບ 3 ເດືອນ ຊຸດທີ I ໃຫ້ແກ່ພະນັກງານກວດກາທົ່ວປະເທດ ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດຳເນີນໄປໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ມີຜູ້ເຂົ້າຮ່ວມໃນພິທີ ຊຶ່ງປະກອບມີ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ແລະ ທ່ານ ໄພວັນ ພົມມະແສງ ຄະນະບໍລິຫານງານພັກ ຕາງໜ້າຈາກຄະນະກວດກາສູນກາງພັກ, ພ້ອມດ້ວຍຄະນະນຳ, ມີແຂກຖືກເຊີນ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ, ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຫຼັກສູດ. ທ່ານໄດ້ຍົກໃຫ້ເຫັນວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ດຳເນີນມາຕັ້ງແຕ່ວັນທີ 15 ມິຖຸນາ ເຖິງວັນທີ 4 ກັນຍາ 2026, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 13 ທ່ານ ທີ່ເປັນພະນັກງານການນຳ ແລະ ວິຊາການ ມາຈາກ 53 ເມືອງໃນທົ່ວປະເທດ. ການຈັດຕັ້ງຝຶກອົບຮົມດັ່ງກ່າວ ແມ່ນດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ເຂົ້າສູ່ວຽກງານຕົວຈິງ.


ທາງດ້ານເນື້ອໃນຫຼັກສູດ ແມ່ນໄດ້ຮັບການອອກແບບຮ່ວມກັນຢ່າງຮັດກຸມ ລະຫວ່າງ ສມປຊ ກັບ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ. ເຊິ່ງປະກອບມີ 3 ພາກສຳຄັນຄື:
1. ພາກທິດສະດີການເມືອງ ແລະ ການປົກຄອງ: ປະກອບມີ 31 ບົດ ຈຳນວນ 96 ຊົ່ວໂມງ ທີ່ລົງເລິກກ່ຽວກັບປັດຊະຍາມາກ-ເລນິນ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ການບໍລິຫານການປົກຄອງ, ແນວຄິດໄກສອນ ພົມວິຫານ ແລະ ວຽກງານກໍ່ສ້າງພັກ.
2. ພາກກົດໝາຍກ່ຽວກັບວຽກງານກວດກາ: ປະກອບມີ 7 ບົດ ຈຳນວນ 29 ຊົ່ວໂມງ.
3. ພາກລົງເລິກສະເພາະວຽກງານກວດກາ: ປະກອບມີ 17 ບົດ ຈຳນວນ 101 ຊົ່ວໂມງ.
ຜ່ານການປະເມີນຜົນ ແລະ ການຕີລາຄາ ພົບວ່າການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວແມ່ນໄດ້ຮັບຜົນສຳເລັດໃນລະດັບດີ ແລະ ດີຫຼາຍ. ບັນດາສຳມະນາກອນລ້ວນແຕ່ສາມາດກຳແໜ້ນທາງດ້ານທິດສະດີພື້ນຖານລັດທິມາດ-ເລນິນ, ແນວທາງນະໂຍບາຍຂອງພັກ-ລັດ ແລະ ນິຕິກຳທີ່ຕິດພັນກັບວຽກງານກວດກາ. ສິ່ງເຫຼົ່ານີ້ ຈະກາຍເປັນອາວຸດທາງດ້ານແນວຄິດ ແລະ ທິດສະດີອັນແຫຼມຄົມ ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ຢູ່ບັນດາກົມກອງ ແລະ ທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນຕອນທ້າຍຂອງພິທີ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ກຽດມອບໃບຢັ້ງຢືນແກ່ສຳມະນາກອນ ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດ ແລະ ໃຫ້ກຽດມີຄຳເຫັນໂອ້ລົມ ພ້ອມທັງກ່າວປິດພິທີຢ່າງເປັນທາງການ.
ການສຳເລັດຊຸດຝຶກອົບຮົມຄັ້ງນີ້ ແມ່ນຂີດໝາຍອັນສຳຄັນໃນການບຳລຸງສ້າງຖັນແຖວພະນັກງານກວດກາຂອງພັກ-ລັດ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຊຳນານງານທາງດ້ານວິຊາສະເພາະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ຢ່າງແທ້ຈິງ.

———————————————–
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ