ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ສຳເລັດການຈັດພິທີປ້ອງກັນໂຄງຮ່າງບົດຈົບຂັ້ນ ນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ VIII
ໃນຕອນເຊົ້າຂອງວັນທີ 18 ກັນຍາ 2026, ທີ່ ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ໄດ້ມີການຈັດພິທີປ້ອງກັນໂຄງຮ່າງບົດຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ VIII ສາຂາ ເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ຂຶ້ນຢ່າງເປັນທາງການ ແລະເຕັມໄປດ້ວຍບັນຍາກາດໃນການຄົ້ນຄວ້າທາງດ້ານວິທະຍາສາດ-ການເມືອງຢ່າງເລິກເຊິ່ງ. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ທັງເປັນປະທານສະພາວິທະຍາສາດ ຂອງຄະນະດັ່ງກ່າວ, ພ້ອມດ້ວຍບັນດາຄະນະກຳມະການປ້ອງກັນບົດ,…
