ໃນຕອນເຊົ້າຂອງວັນທີ 14 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີເປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສຳລັບເລຂານຸການ ການນຳທົ່ວປະເທດ ຊຸດທີ II ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດຢ່າງສູງໂດຍການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີຄະນະພັກ, ຄູ-ອາຈານ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວຝຶກອົບຮົມ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະດຳເນີນໄປລະຫວ່າງວັນທີ 14-25 ກັນຍາ 2026 ເຊິ່ງຈັດຂຶ້ນຢູ່ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ສຳລັບຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດທີ II ນີ້ ມີທັງໝົດ 48 ສະຫາຍ, ຍິງ 6 ສະຫາຍ ເຊິ່ງປະກອບດ້ວຍພະນັກງານການນຳຂັ້ນຕ່າງໆ ທີ່ມາຈາກສູນກາງຈຳນວນ 30 ສະຫາຍ ແລະ ມາຈາກບັນດາແຂວງ 18 ສະຫາຍ.
ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງອັນເລິກເຊິ່ງທາງດ້ານການເມືອງ ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານທິດສະດີ ກ່ຽວກັບວຽກງານເລຂານຸການ ການນຳໃຫ້ເລິກເຊິ່ງ ໂດຍສະເພາະແມ່ນການກຳແໜ້ນພາລະບົດບາດໃນການເປັນເສນາທິການ, ກໍາແໜ້ນແນວທາງນະໂຍບາຍ ແລະ ແບບແຜນການບໍລິຫານ. ພ້ອມກັນນັ້ນ, ຍັງເປັນການຍົກສູງຈັນຍາບັນວິຊາຊີບເລຂາ, ຄວາມຮັບຜິດຊອບໃນການຮັກສາຄວາມລັບ ຂອງລັດ ແລະ ຂອງອົງການ. ການຝຶກອົບຮົມຍັງເນັ້ນໃສ່ການຍົກສູງທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ ໂດຍຖືເອົາບັນດາຫຼັກມູນພື້ນຖານ ຂອງທິດສະດີມາກ-ເລນິນ ແລະ ທິດສະດີວິທະຍາສາດການບໍລິຫານ ເປັນພື້ນຖານທາງດ້ານແນວຄິດ ແລະ ເປັນເຂັມທິດໃນການປະຕິບັດໜ້າທີ່ການເມືອງຂອງຕົນ. ນອກຈາກນີ້ ຍັງແນໃສ່ປັບປຸງຄຸນສົມບັດສິນທຳປະຕິວັດ, ສ້າງທັດສະນະມະຫາຊົນ, ຕ້ານແນວຄິດໂລບມາກໂລພາ, ຕ້ານການສໍ້ລາດບັງຫຼວງ ແລະ ພະຍາດອາດຍາສິດທີ່ຫ່າງເຫີນຈາກມະຫາຊົນ.


ເນື້ອໃນຂອງການຝຶກອົບຮົມ ໄດ້ກວມເອົາ 12 ຫົວຂໍ້ສຳຄັນ ໂດຍໃຊ້ເວລາຮຽນທັງໝົດ 70 ຊົ່ວໂມງ. ບັນດາຫົວຂໍ້ດັ່ງກ່າວລວມມີ: ຄວາມໝາຍຄວາມສຳຄັນ ແລະ ຈັນຍາບັນຂອງເລຂາການນຳ, ການເປັນເລຂາການນຳແບບໃໝ່, ການພົວພັນປະສານງານ, ຄວາມຮັບຜິດຊອບ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພັກ-ພະນັກງານ, ແບບແຜນວິທີເຮັດວຽກ, ການແກ້ໄຂບັນຫາ, ການບໍລິຫານເວລາ, ການຈັດກອງປະຊຸມ ລວມເຖິງການຮ່າງບົດປາໃສ ແລະ ການປ້ອງກັນການນຳ. ວິທີການສິດສອນແມ່ນເນັ້ນເອົານັກສຶກສາເປັນໃຈກາງ, ປະກອບມີການຄົ້ນຄວ້າສົນທະນາ, ການສຳມະນາ ແລະ ການລົງທັດສະນະສຶກສາຕົວຈິງ ເພື່ອສົມທຽບລະຫວ່າງທິດສະດີ ແລະ ພຶດຕິກຳ.
ໃນຕອນທ້າຍຂອງພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄໍາໂອວາດຕໍ່ບັນດາສຳມະນາກອນ. ທ່ານໄດ້ເນັ້ນໜັກໃຫ້ທຸກສະຫາຍ ເຊີດຊູສະຕິຕໍ່ການຈັດຕັ້ງ, ມີຄວາມບຸກບືນຫ້າວຫັນໃນການຄົ້ນຄວ້າຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະຂອງຕົນ. ພ້ອມນັ້ນ, ທ່ານປະທານຍັງໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນ ຂອງວຽກງານເລຂາການນຳ ທີ່ເປັນດັ່ງແຂນຂວາ ແລະ ເສນາທິການທີ່ສຳຄັນຂອງການນຳແຕ່ລະຂັ້ນ. ດັ່ງນັ້ນ, ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຕ້ອງສາມາດຫັນເອົາທິດສະດີ, ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໃຫ້ກາຍເປັນແຜນການ ແລະ ໂຄງການປະຕິບັດລະອຽດ. ພ້ອມທັງສາມາດຕີລາຄາ, ວິເຄາະບັນຫາຕ່າງໆ ເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.


———————-
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ