ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ມີການຈັດພິທີປ້ອງກັນໂຄງຮ່າງ ບົດປ້ອງກັນຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາ 2026. ພິທີດັ່ງກ່າວມີນັກສຶກສາເຂົ້າຮ່ວມປ້ອງກັນທັງໝົດ ຈຳນວນ 48 ທ່ານ, ໃນນັ້ນມີນັກສຶກສາຍິງ 15 ທ່ານ. (ສ່ວນສາຂາປັດຊະຍາ ຈຳນວນ 12 ທ່ານ, ຍິງ 6 ທ່ານ ແມ່ນຈະໄດ້ໄປປ້ອງກັນກາງເດືອນ ກັນຍາ 2026 ເນື່ງອຈາກວ່າ ຄູ-ອາຈານ ຄະນະປັດຊະຍາ ໄປຝຶກອົບຮົມ ຢູ່ ສສ ຫວຽດນາມ). ເຫດການຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນ ທີ່ສະແດງໃຫ້ເຫັນເຖິງຄວາມສຳຄັນ, ເຫດຜົນຂອງການເລືອກຫົວຂໍ້ບົດປ້ອງກັນ, ການວາງໂຄງຮ່າງການຂຽນບົດປ້ອງກັນ ໃຫ້ມີຄວາມສອດຄ່ອງ, ມີຄວາມໜັກແໜ້ນທາງດ້ານທິດສະດີການເມືອງ ແລະວິຊາສະເພາະ. ຫົວຂໍ້ບົດປ້ອງກັນຈົບຂັ້ນດັ່ງກ່າວ ແມ່ນໄດ້ຮັບການຄົ້ນຄວ້າ ແລະຮັບຮອງເອົາຢ່າງເຂັ້ມງວດຈາກປະທານສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ການປ້ອງກັນໂຄງຮ່າງ ບົດຈົບຂັ້ນໃນຄັ້ງນີ້ ເປັນການທົດສອບຄວາມຮູ້, ຄວາມສາມາດຕົວຈິງ ໃນການໝູນໃຊ້ທິດສະດີດັ່ງກ່າວ ເຂົ້າໃນການແກ້ໄຂບັນຫາການບໍລິຫານ ແລະການຄຸ້ມຄອງລັດ. ບັນດາຫົວຂໍ້ບົດຈົບຂັ້ນ ແມ່ນກວມເອົາຫຼາຍຂົງເຂດວຽກງານທີ່ສຳຄັນ ເຊິ່ງແບ່ງອອກເປັນ 3 ກຸ່ມໃຫຍ່ ຄື: ກຸ່ມການເມືອງ (ເຊິ່ງລວມມີ ຄະນະລັດທິສັງຄົມນິຍົມວິທະຍາສາດ ຈຳນວນ 6 ທ່ານ, ຍິງ 6 ທ່ານ, ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ຈຳນວນ 12 ທ່ານ, ຍິງ 3 ທ່ານ), ກຸ່ມເສດຖະກິດ (ຄະນະເສດຖະ ສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ຈຳນວນ 12 ທ່ານ, ຍິງ 3 ທ່ານ) ແລະກຸ່ມການປົກຄອງ (ຄະນະບໍລິຫານສາດ ຈຳນວນ 12 ທ່ານ, ຍິງ 3 ທ່ານ). ແຕ່ລະຫົວຂໍ້ ລ້ວນແຕ່ຕິດພັນກັບຄວາມຮຽກຮ້ອງຕ້ອງການ ໃນການປັບປຸງແບບແຜນວິທີເຮັດວຽກ ແລະການຍົກສູງປະສິດທິພາບຂອງວຽກງານລັດໃນຍຸກປັດຈຸບັນ.

ສິ່ງທີ່ພົ້ນເດັ່ນໃນການປ້ອງກັນບົດຄັ້ງນີ້ ນັກສຶກສາ ລ້ວນແຕ່ເປັນສະມາຊິກພັກທີ່ມາຈາກຫຼາຍພາກສ່ວນສຳຄັນ ເຊັ່ນ: ບັນດາກະຊວງອ້ອມຂ້າງສູນກາງ, ສູນກາງແນວລາວສ້າງຊາດ, ສູນກາງກຳມະບານລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະບັນດາສະຖາບັນການສຶກສາ-ຄົ້ນຄວ້າຕ່າງໆ. ພິເສດ, ການທີ່ມີນັກ ສຶກສາຍິງເຂົ້າຮ່ວມປ້ອງກັນເຖິງ 15 ທ່ານ ໄດ້ເປັນການຢັ້ງຢືນຢ່າງຈະແຈ້ງ ເຖິງຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມບົດບາດຍິງ-ຊາຍ ແລະການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຍິງ ເພື່ອກ້າວຂຶ້ນຮັບຜິດຊອບໜ້າທີ່ການເມືອງໃນລະດັບຈຸລະພາກ ແລະມະຫາພາກ.

ຜ່ານການນຳສະເໜີ ການປ້ອງກັນໂຄງຮ່າງບົດ, ນັກສຶກສາແຕ່ລະສະຫາຍ ໄດ້ຍົກໃຫ້ເຫັນເຖິງທັດສະນະການເມືອງທີ່ແຫຼມຄົມ ໃນການວາງໂຄງຮ່າງ ການວິເຄາະບັນຫາພາຍໃນກົມກອງຂອງຕົນ. ຫຼາຍບົດຄົ້ນຄວ້າ ໄດ້ສຸມໃສ່ບັນຫາການຫັນເປັນທັນສະໄໝທາງດ້ານການຄຸ້ມຄອງລັດ, ການຍົກສູງຄຸນນະພາບວຽກງານກວດກາພັກ-ລັດ, ການຄຸ້ມຄອງການລົງທຶນ, ການສົ່ງເສີມເຕັກໂນໂລຊີ ແລະການປັບປຸງວຽກງານສື່ມວນຊົນ ແລະໂຄສະນາອົບຮົມ. ຂໍ້ສະເໜີແນະຈາກບັນດາບົດຄົ້ນຄວ້າເຫຼົ່ານີ້ ຈະກາຍເປັນບ່ອນອີງທາງດ້ານວິທະຍາສາດ ແລະພຶດຕິກຳທີ່ສຳຄັນ ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິຮູບກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດຮັດ, ໂປ່ງໃສ, ເຂັ້ມແຂງ ແລະສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດໃນໄລຍະໃໝ່.

——————

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ ນາງ ວຽງວິໄລ ທອງມະນີລາ ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI

ບັນນາທິການ ບຸນປັນ ສຸມຸນທອງ

ຂ່າວອື່ນໆ