ກອງປະຊຸມສຳມະນາລະດັບຊາດພາຍໃຕ້ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975
ໃນຕອນເຊົ້າ ຂອງວັນທີ 8 ກຸມພາ 2023, ທີ່ສະໂມສອນຄະນະໂຄສະນາອົບຮົມ ສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ຈັດກອງປະຊຸມສຳມະນາ ວິທະຍາສາດລະດັບຊາດຂຶ້ນ, ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975”. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ…