ໃນວັນທີ 25 ເມສາ 2025 ຢູ່ທີ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຮຽນ ແລະມອບຮັບໃບຢັ້ງຢຶນທິດສະດີການເມືອງ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 4 ໂດຍການເປັນປະທານ ຂອງທ່ານ ຄໍາສີ ດັງສະໄຫວ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ, ມີຄະນະອໍານວຍການ, ຄູ-ອາຈານ, ຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງ ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພີທີດັ່ງກ່າວ ທ່ານ ຄໍາຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 4 ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ທີໄດ້ເປີດຮຽນທິດສະດີການເມືອງ ຫຼັກສູດຂັ້ນຕົ້ນ ໃຫ້ພະນັກງານຫຼັກແຫຼ່ງ ແຂວງຫຼວງນໍ້າທາ ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 4 ມີທັງໝົດ 45 ສະຫາຍ, ຍິງ 10 ສະຫາຍ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃຫ້ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 4 ແຕ່ຕົ້ນເດືອນມັງກອນ 2025 ມາຮອດວັນທີ 22 ເມສາ 2025 ການຮຽນ-ການສອນໄດ້ສໍາເລັດຕາມໂຄງການຫຼັກສູດຂັ້ນຕົ້ນ, ປະກອບມີ 8 ກຸ່ມວິຊາ ຄຶ: ກຸ່ມວິຊາປັດຊະຍາມາກ-ເລນິນ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ກຸ່ມວິຊາການເມືອງວິທະຍາ ແລະສັງຄົມສາດ, ແນວຄິດໄກສອນ ພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ກຸ່ມວິຊາເຕັກນິກບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມ, ຂຽນບົດລາຍງານຈົບຂັ້ນ. ຄູ-ອາຈານແຕ່ລະສະຫາຍໄດ້ອະທິບາຍດ້ານທິດສະດີ ແລະສົມທຽບພຶດຕິກຳຕົວຈິງ. ນອກຈາກນັ້ນ, ກໍໄດ້ມີການສົນທະນາແລກປ່ຽນບົດຮຽນນໍານັກສຶກສາ ເຮັດໃຫ້ນັກສຶກສາມີຄວາມເຂົ້າໃຈ, ນັກສຶກສາກໍໄດ້ຂຶ້ນຫ້ອງ, ຄົ້ນຄວ້າບົດຮຽນ, ປະຕິບັດລະບຽບຂອງໂຮງຮຽນ ແລະສຳມະນາບັນຫາຕ່າງໆ ແລະໄດ້ຈັດຕັ້ງການສອບເສັງແຕ່ລະວິຊາ ເພື່ອປະເມີນຜົນການຮຽນ ແລະວັດແທກຄວາມຮັບຮູ້ຂອງນັກສຶກສາ ຄະແນນ 85-90 ຂື້ນໄປ ຈັດເປັນເກຼດ A ດີເລີດ ກວມເອົາ 71,36%; ຄະແນນ 80-84 ຂຶ້ນໄປ ຈັດເປັນເກຼດ B+ ດີຫຼາຍ ກວມເອົາ 26,36%.
ໃນໂອກາດດັ່ງກ່າວ ທ່ານ ຄໍາສີ ດັງສະໄຫວ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ກໍໄດ້ມອບໃບຢັ້ງຢຶນໃຫ້ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 4, ພ້ອມກັນນັ້ນ ກໍໄດ້ໃຫ້ທິດໂອ້ລົມ ຄື: ໄດ້ເນັ້ນໜັກໃຫ້ນັກສຶກສາຈົ່ງນໍາເອົາບົດຮຽນທີ່ເປັນທິດສະດີ ໄປໝູນໃຊ້ເຂົ້້າໃນພຶດຕິກໍາຕົວຈິງ ຂອງກົມກອງຕົນເອງໃຫ້ເກີດດອກອອກຜົນ ແລະມີລັກສະນະປະດິດສ້າງ.
ຂ່າວ/ພາບ: ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ