ໃນຕອນເຊົ້້າວັນທີ 24 ເມສາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະ ຊຸມວິສາມັນ ຂອງສະພາວິທະຍາສາດ ພາຍໃຕ້ຄວາມຮັບຜິດຊອບ ຂອງກົມຄຸ້ມຄອງຄົ້ນຄວ້າວິທະຍາສາດ, ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະປະຈໍາສະພາວິທະຍາສາດ ສມປຊ, ສະພາວິທະຍາສາດ ແລະແຂກຖືກເຊີນທີ່ກ່ຽວຂ້ອງ ເຂົ້້າຮ່ວມທັງໝົດ 29 ທ່ານ, ຍິງ 8 ທ່ານ.
ເພື່ອຕິບັດແຜນການເຄື່ອນໄຫວຂອງສະພາວິທະຍາສາດໃນສະພາບການປັດຈຸບັນ, ຈຸດປະສົງກອງປະຊຸມ ແມ່ນເພື່ອປະກອບຄຳເຫັນ ແລະລົງຄະແນນສຽງໃສ່ຜົນງານວິຊາການຄູ; ປະກອບຄຳເຫັນຫົວຂໍ້ຂຽນວິທະຍານິພົນປະລິນຍາໂທ ຮຸ່ນທີ XX; ຂໍ້ກໍານົດວ່າດ້ວຍການຄຸ້ມຄອງການສາງປຶ້ມ ແລະເອກະສານຮັບໃຊ້ການຮຽນ-ການສອນ; ໜັງສືແນະນຳວ່າດ້ວຍການສ້າງປຶ້ມ ແລະ ເອກະສານຢູ່ ສມປຊ; ຂໍ້ກໍານົດວ່າດ້ວຍການຈັດຕັັ້ງ ແລະ ການຄຸ້ມຄອງລະບົບປະລິນຍາເອກການເມືອງ ແລະ ການປົກຄອງ ຢູ່ ສມປຊ ແລະໜັງສືແນະນໍາຂຽນວິທະຍານິພົນ ປະລິນຍາເອກ. ພ້ອມກັນນັ້ນ, ໃນກອງປະຊຸມຄະນະປະຈໍາສະພາວິທະຍາສາດ ສມປຊ ແລະແຂກຖືກເຊີນທີ່ກ່ຽວຂ້ອງ ຍັງໄດ້ມີການ ແລະປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ.
ໃນຕອນທ້າຍກອງປະຊຸມ ເພື່ອເປັນທິດເຍືອງທາງ ປະທານໄດ້ສະຫຼຸບຄືນກອງປະຊຸມພ້ອມທັງໂອລົມ ຄື: ໃຫ້ກໍານົດທິດທາງຄືນໃນພາກທິດສະດີ, ພາກພຶດຕິກໍາ ແລະບັນດາບັນຫາທີ່ກ່ຽວຂ້ອງ, ການກໍານົດເອກະສານການຮຽນ-ການສອນ, ບັນດາຂໍ້ກໍານົດ ແລະຮ່າງນິຕິກໍາຕ່າງໆ ໃຫ້ຖືກຕ້ອງໄປຕາມລະບຽບຫຼັກການ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ