ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ກຽດຕ້ອນຮັບຄະນະຊຸດຝຶກອົບຮົມຄູການເມືອງ ພາຍຫຼັງສຳເລັດການຍົກລະດັບທີ່ ສສ ຫວຽດນາມ
ເນື້ອໃນຂອງການຝຶກອົບຮົມ ແມ່ນໄດ້ແບ່ງອອກເປັນ 2 ພາກໃຫຍ່ຢ່າງເລິກເຊິ່ງ ຄື:ພາກທີ 1: ພື້ນຖານດ້ານທິດສະດີລວມ ເຊິ່ງປະກອບມີ 14 ຫົວຂໍ້, ລວມເວລາທັງໝົດ 235 ຊົ່ວໂມງ. ເນື້ອໃນສຳຄັນແມ່ນໄດ້ເນັ້ນໜັກໃສ່ການປ່ຽນແປງໃໝ່ແນວຄິດທິດສະດີໃນການສິດສອນ, ການໝູນໃຊ້ປັນຍາປະດິດ (AI) ເຂົ້າໃນການສອນວິຊາຄຸ້ມຄອງບໍລິຫານລັດ, ລວມເຖິງບັນດາຈຸດໃໝ່ຂອງການສອນວິຊາກໍ່ສ້າງພັກກອມມູນິດ, ການເມືອງວິທະຍາ ແລະ ແນວຄິດໂຮ່ຈີມິນ. ພາກທີ 2: ວິທີການສອນ, ວິຊາສະເພາະໃນການສ້າງຄູ ແລະ ການຄຸ້ມຄອງວຽກງານໂຮງຮຽນການເມືອງ ເຊິ່ງໃຊ້ເວລາ 135 ຊົ່ວໂມງ.…
