Category: ຂ່າວ

ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສອງສະຖາບັນຮ່ວມກັບອົດສະຕາລີ

ໃນວັນທີ 27-29 ເມສາ 2025 ທີ່ຜ່ານມາ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງນຳໂດຍ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນັກວິທະຍາສາດ ໄດ້ສຳເລັດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ 2 ສະຖາບັນ ຮ່ວມກັບອົດສະຕາລີ, ເຊິ່ງກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຄັ້ງວັນທີ 28 ເມສາ 2025 ຢູ່ທີ່ແຂວງ ແທັງຮົ້ວ…

ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ​ປີດ​ຊຸດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ ​ຂັ້ນກາງ ຂັ້ນກາງ ຮຸ່ນທີ 2 ແລະ ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 3

ໃນວັນທີ 30 ເມສາ 2025 ຢູ່ທີ່ຫໍວັດທະນະທໍາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 2 ແລະ ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 3 , ໂດຍການເປັນປະທານ ຂອງ ທ່ານ ປອ ດາວສະຫວັນ ເຄືອຄຳມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ…

ກອງປະຊຸມສຳມະນາລະດັບກະຊວງພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ”

ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນໃນຕອນເຊົ້າ ຂອງວັນທີ 30 ເມສາ 2025, ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລວິທະຍາສາດສຸຂະພາບ (ວິທະຍາເຂດ ດົງໂພສີ), ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ວຽກງານສາທາລະນະສຸກ”. ໃຫ້ກຽດເປັນປະ ທານຊີ້ນຳກອງປະຊຸມ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ…

ໜ່ວຍພັກຮາກຖານ ປະລິນຍາໂທ ຮຸ່ນທີ  XX ຫ້ອງ ກໍ ຮັບຮອງແຜນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່, ຕຶກສູນຂໍ້ມູນຂ່າວສານ ຊັ້ນ 5, ສມປຊ, ໜ່ວຍພັກຮາກຖານປະລິນຍາໂທຮຸ່ນທີ XX ຫ້ອງ ກໍ ໄດ້ເປີດກອງປະຊຸມຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາໃບ ມາລາສິງ ກຳມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງປະທານຄະນະກຳມະການກວດກາ ຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,…