ໃນຕອນເຊົ້າ ວັນທີ 14 ກໍລະກົດ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານຮ່າງລາຍງານການເມືອງ ແລະທາບທາມບຸກຄະລາກອນ ຮອບທີ 1, ພາຍໃຕ້ການເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກຮັບເຊີນຈາກກົມຈັດຕັ້ງຫ້ອງວ່າການສູນກາງພັກ, ຄະນະພັກ, ເລຂາໜ່ວຍພັກແຕ່ລະຮາກຖານ ພ້ອມດ້ວຍສະມາຊິກພັກ ທົ່ວ ສມປຊ ເຂົ້າຮ່ວມ 175 ກວ່າທ່ານ.
ໃນພິທີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າ ສມປຊ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ສະໄໝທີ V ເຊິ່ງໄດ້ຍົກໃຫ້ເຫັນບາງຜົນສໍາເລັດ ຄື: ດ້ານການເມືອງແນວ-ຄິດຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍາມໃດກໍຖືວຽກງານການເມືອງ-ແນວຄິດເປັນວຽກງານກົກ, ເປັນວຽກງານບູລິມະສິດອັນສໍາຄັນອັນດັບໜຶ່ງໃນການຈັດຕັ້ງ ແລະການເຄື່ອນໄຫວນຳພາຂອງຕົນ ແລະໄດ້ນຳພາ-ຊີ້ນຳຢ່າງເປັນປົກກະຕິ ໂດຍຖືເອົາວຽກງານການເມືອງ-ແນວຄິດສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານ, ສ້າງແຜນການເຄື່ອນ ໄຫວສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຢ່າງເປັນປົກກະຕິ ຕິດພັນກັບການຜັນຂະຫຍາຍບັນດາ ໜ້າທີ່ວຽກງານທີ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກວາງອອກ ແລະເນື້ອໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ການສຶກສາອົບຮົມການເມືອງ-ແນວຄິດ ໄດ້ດຳເນີນຕິດພັນກັບລະບອບການດໍາເນີນຊີວິດພັກ ຢູ່ພາຍໃນໜ່ວຍພັກ; ເສີມຂະຫຍາຍບົດບາດ ຂອງຄະນະໜ່ວຍພັກ, ຄະນະນຳແຕ່ລະຂັ້ນ, ສຶກສາອົບຮົມການເມືອງ-ແນວຄິດສະມາຊິກ ຂອງຕົນ, ໃນໄລຍະຜ່ານມາ ອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສາມາດຈັດຕັ້ງເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ຂອງພັກ-ລັດ ລວມ ທັງໝົດ 40 ຄັ້ງ, 51 ເອກະສານ, ມີສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ 10.490 ເທື່ອສະຫາຍ, ຍິງ 3.817 ເທື່ອສະຫາຍ.
ໃນພິທີ ສະຫາຍ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ, ຮອງຫົວໜ້າ ສມປຊ ກໍໄດ້ຂຶ້ນຜ່ານ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ ສມປຊ 5 ປີ ຄັ້ງທີ V (2021-2025) ແລະແຜນພັດທະນາ 5 ປີ ຄັ້ງທີ VI (2026-2030) ແລະ ສະຫາຍ ປທ ນາງ ບຸນນີ ຈຸນລະຈັກ ຄະນະປະຈໍາພັກ ຮອງຫົວໜ້າ ສມປຊ ກໍໄດ້ຂຶ້ນຜ່ານບົດສໍາຫຼວດນໍາພາລວມ ຂອງຄະນະພັກ ສມປຊ, ພ້ອມທັງໄດ້ດໍາເນີນການທາບທາມບຸກຄະລາກອນ ເຂົ້າໃນເຂົ້າໃນຕໍາແໜ່ງຄະນະພັກ, ເລຂາ, ຮອງເລຂາ, ຄະນະປະຈໍາພັກ, ປະທານ ແລະຮອງປະທານກວດກາພັກ ຂອງ ສມປຊ ຮອບທີ 1.
ໃນພິທີອັນມີຄວາມໝາຍ, ທ່ານປະທານກອງປະຊຸມໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ໃຫ້ສະມາຊິກພັກທຸກສະຫາຍຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເອງໃນການປະຕິບັດໜ້າທີ່ການເມືອງ ໃນການປະກອບຄໍາຄິດຄໍາເຫັນໃສ່ສາມເອກະສານຢ່າງກົງໄປກົງມາ, ເສີມຂະຫຍາຍປະຊາທິປະໄຕເພື່ອຄັດຈ້ອນເລືອກເອົາຄະນະພັກຊຸດໃໝ່ ຂອງ ສມປຊ ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ທີ່ຈະໄຂຂຶ້ນໃນໝໍ່ໆນີ້ ແລະເປັນເຈົ້າການໃນການປະຕິບັດຕາມກົດລະບຽບ, ມາດຖານທີ່ວາງອອກຢ່າງເຂັ້ມງວດໃນການຄັດເລືອກເຂົ້້າເປັນຄະນະພັກຊຸດໃໝ່.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ