ໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2025 ຢູ່ທີ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີພິທີເປີດຊຸດຝຶກອົບຮົມຄູການເມືອງ ແລະ ການປົກຄອງ ໃຫ້ແກ່ພະນັກງານ, ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ; ບັນດາສະຖາບັນການສຶກສາ; ບັນດາກະຊວງຕ່າງ ແລະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຢູ່ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ II, ພາຍໃຕ້ການເປັນປະທານ ໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ   ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີຄະນະນໍາ ສປມຊ; ແຂກຮັບເຊີນຈາກຄະນະຕ່າງໆ; ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ; ສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະນັກຝຶກອົບຮົມ ເຂົ້າຮ່ວມທັງ  ໝົດ 60 ກວ່າທ່ານ.

    ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ກໍໄດ້ຂຶ້ນຜ່ານແຜນການເຄື່ອນໄຫວເປີດຊຸດຝຶກອົບຮົມຄູການເມືອງ ແລະການປົກຄອງ ຊຸດທີ II ເຊິ່ງທ່ານໄດ້ກ່າວວ່າ: ຈຸດປະສົງໃນການເຝິກອົບຮົມຄັ້ງນີ້ ກໍເພື່ອສ້າງໃຫ້ຄູກາຍເປັນຜູ້ທີ່ມີຄວາມຮູ້ຢ່າງເລິກເຊິ່ງ ກ່ຽວກັບທິດສະດີມາກ-ເລນິນ, ທັດສະນະ ຂອງພັກ ຕໍ່ການຍົກສູງທິດສະດີການເມືອງ ແລະການປົກຄອງ, ມີຄວາມຮັບຮູ້ກົນໄກຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການປະຕິບັດຕາມແນວທາງ ຂອງພັກ, ກົດໝາຍ, ລະບຽບການ ຂອງລັດ ດ້ວຍຄວາມເປັນເຈົ້າການສູງ ແລະກໍາແໜ້ນຫຼັກການຕ່າງໆ ຂອງວິຊາຄູ; ສ້າງໃຫ້ຄູສາມາດກຳແໜ້ນ, ມີຄວາມສາມາດເລືອກເຟັ້ນເອົາບັນດາຫຼັກມູນທິດສະດີ, ມີຄວາມສາມາດໃນການນຳໃຊ້ຫຼັກວິຊາຄູ ເຂົ້າໃນວຽກງານສິດສອນ; ເພື່ອສ້າງຖັນແຖວລັດຖະກອນຄູ ໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ແລະການປົກຄອງ, ສາມາດກຳແໜ້ນແນວທາງນະໂຍບາຍ ຂອງພັກ, ການຄຸ້ມຄອງ ຂອງລັດ, ຫຼັກການຕ່າງໆ ຂອງວິຊາຄູ, ວິທີສິດສອນໃນຮູບແບບຕ່າງໆ. ການຈັດຕັ້ງການຮຽນ-ການສອນຫຼັກສູດນີ້ ແມ່ນໃຊ້ເວລາຮຽນ 3 ເດືອນ ປະກອບມີ 90 ວັນ (ລະ​ຫວ່າງ ວັນ​ທີ 13 ກໍລະກົດ 2025-10 ຕຸລາ 2025), ມີ 13 ອາທິດ ເທົ່າກັບ 630 ຊົ່ວໂມງ ແລະມີນັກເຝິກອົບຮົມເຂົ້້າຮ່ວມທັງໝົດ 44 ທ່ານ, ຍິງ 19 ທ່ານ. ນອກຈາກນັ້ນ, ຍັງໄດ້ຮັບຟັງການປະຖົມນິເທດ: ວຽກງານຈັດຕັ້ງ-ພະນັກງານ, ວຽກງານຫ້ອງການ,  ວຽກງານສູນຂໍ້ມູນ-ຂ່າວສານ ແລະວຽກງານການຮຽນ-ການສອນ.

    ໃນຕອນທ້າຍພິທີ ປະທານໄດ້ເນັ້ນໃຫ້ນັກຝຶກອົບຮົມຕ້ອງເອົາໃຈໃສ່ກໍາໄດ້ ຈຸດປະສົງຄາດໝາຍຫຼັກສູດ ແລະການຮໍ່າຮຽນ, ເອົາໃຈໃສ່ເຝິກເອົາພຶດຕິກໍາຕົວຈິງນໍາອາຈານທີ່ຂຶ້ນຫ້ອງສິດສອນ. ຕ້ອງຍົກສູງຄວາມຮັບຜິດຊອບການຮຽນ-ການສອນ. ຕ້ອງພ້ອມກັນຊອກຮູ້ຮໍ່າຮຽນ, ຄົ້ນຄວ້າດ້ວຍຕົນເອງ, ນໍາໝູ່ເພື່ອນ ແລະຜູ້ທີມີປະສົບການມາກ່ອນ. ສືບຕໍ່ປະຕິບັດລະບຽບການຮຽນທີ່ທາງສະຖາບັນວາງອອກ, ປະຕິບັດໂມງ, ເວລາໃຫ້ເຂັ້ມງວດ ແລະຍັງໄດ້ເນັ້ນໃຫ້ອາຈານທີ່ຂຶ້ນຫ້ອງສິດສອນ ຈົ່ງເອົາໃຈໃສ່ຖ່າຍທອດບົດຮຽນຢ່າງກົງໄປກົງມາ.

 ພາບ: ປທ ແກ້ວອຸດອນ ພັນດານຸວົງ

                                                            ຂ່າວ: ນາງ ທິດດາວອນ ດວງປະເສີດ

                                                  ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ