ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ I ມະຫາວິທະຍາໄລແຫ່ງຊາດ ຈັດຕັ້ງເຄື່ອນໄຫວທັດສະນະສຶກສາທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ເພື່ອເປັນການຍົກລະດັບຄວາມຮັບຮູ້, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ແລະ ສ້າງຄວາມຮັບຮູ້ດ້ານມະຫາພາກທາງການເມືອງ ໃຫ້ແກ່ປັນຍາຊົນຮຸ່ນໃໝ່, ໃນວັນທີ 1 ຕຸລາ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ຕ້ອນຮັບຄະນະບວນທັດສະນະ ຈາກມະຫາວິທະຍາໄລແຫ່ງຊາດ (ມຊ) ໃນໂອກາດທີ່ໄດ້ນໍາພານັກສຶກສາຫ້ອງຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ເຂົ້າຮ່ວມທັດສະນະສຶກສາ ແລະ ຮັບຟັງການບັນລະຍາຍພິເສດ. ຄະນະນໍາພາໃນການເຄື່ອນໄຫວຄັ້ງນີ້ ນໍາໂດຍ ທ່ານ ນາງ ສີພະຈັນ ສີວິໄລ ຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ…
