ໃນວັນທີ 1 ຕຸລາ 2026, ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ ແມ່ນມີຄວາມສຳຄັນ ໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະລະບຽບວິໄນໃນການດໍາລົງຊີວິດ ຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງ ທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະ ບົບປະລິນຍາໂທ ຮຸ່ນທີ 22 ຈຳນວນ 118 ທ່ານ, ຍິງ 38 ທ່ານ, ລະບົບປະລິນຍາຕີ ຮຸ່ນທີ 27 ຈຳນວນ 48 ທ່ານ, ຍິງ 4 ທ່ານ, ລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 16 ຈຳນວນ 45 ທ່ານ, ຍິງ 11 ທ່ານ.

         ກອງປະຊຸມປະຖົມນິເທດໄດ້ດຳເນີນໄປເປັນເວລາ 1 ວັນ. ເນື້ອໃນການປະຖົມນິເທດແມ່ນຕິດພັນກັບວຽກງານການເມືອງ-ແນວຄິດ ແລະການຈັດຕັ້ງປະຕິບັດລະບຽບວິໄນ. ໃນພາກເຊົ້າ, ນັກສຶກສາໄດ້ຮັບຟັງການປະຖົມນິເທດຈາກ ທ່ານ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ທ່ານ  ບຸນໜາ ສີຫາລາດ ຮອງຫົວໜ້າຫ້ອງການ. ຈາກນັ້ນໃນພາກບ່າຍ, ໄດ້ສືບຕໍ່ຮັບຟັງການເຜີຍແຜ່ລະບຽບການ ແລະ ການຈັດຕັ້ງຈາກ ທ່ານ ນ. ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະທ່ານ ນ. ກິ່ງໄຜ່ ພະສະຫວັນໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ.

         ຜ່ານການປະຖົມນິເທດໃນຄັ້ງນີ້, ບັນດານັກສຶກສາໃໝ່ທັງ 3 ລະບົບ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບການຕ່າງໆ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະມີຄວາມພ້ອມຢ່າງເຕັມປ່ຽມ ທີ່ຈະກ້າວເຂົ້າສູ່ການຄົ້ນຄວ້າຮໍ່າຮຽນໃນສົກສຶກສາ 2026-2027 ດ້ວຍຄວາມບຸກບືນ, ເພື່ອສຳເລັດການສຶກສາຕາມຄາດໝາຍທີ່ວາງໄວ້ ແລະຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຂອງການປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດ.

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ: ນາງ ແຟນສອນ ສີຈຳປາໄຊ

ບັນນາທິການ: ທ່ານ ບຸນປັນ ສຸມຸນທອງ