ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຫ້ອງຮຽນຂົງຈື່ ໄດ້ຈັດກິດຈະກຳ ເຜີຍແຜ່ ແລະ ແລກປ່ຽນວັດທະນະທໍາຈີນ ພາຍໃຕ້ບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ທາງດ້ານມິດຕະພາບ ໃນວັນທີ 1 ຕຸລາ 2026. ກິດຈະກໍາດັ່ງກ່າວ, ຈັດຂຶ້ນໂດຍການນໍາພາໂດຍກົງຂອງ ອາຈານ ຫວງ ຊຸນເຫມີຍ (Huang Chunmei – 黄春梅) ອາຈານປະຈຳຫ້ອງຮຽນຂົງຈື່ ແລະ ໄດ້ຮັບກຽດ ເຂົ້າຮ່ວມຕິດຕາມຊຸກຍູ້ຢ່າງໃກ້ຊິດ ຈາກ ທ່ານ ປອ ພູວອນ ສີທົນທອງດໍາ ຮອງຫົວໜ້າຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຫຼັກຂອງກິດຈະກຳໃນຄັ້ງນີ້ ແມ່ນການສາທິດ ແລະ ຝຶກປະຕິບັດຕົວຈິງໃນການເຮັດ “ຂະໜົມໄຫວ້ພະຈັນ” ແລະ “ການປະດັບປະດາໂຄມໄຟຈີນ” ເຊິ່ງເປັນສັນຍະລັກທາງວັດທະນະທຳອັນເກົ່າແກ່ ແລະ ມີຄຸນຄ່າທາງຈິດໃຈ ຂອງປະຊາຊົນຈີນ ທີ່ສື່ເຖິງຄວາມສາມັກຄີ, ການເຕົ້າໂຮມຄອບຄົວ ແລະ ຄວາມຈະເລີນຮຸ່ງເຮືອງ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຖານະທີ່ເປັນສູນກາງ ກໍ່ສ້າງພະນັກງານການນໍາ-ຄຸ້ມຄອງຫຼັກແຫຼ່ງຂອງພັກ-ລັດ ໄດ້ຍົກສູງຄວາມສໍາຄັນຂອງການແລກປ່ຽນທາງດ້ານວັດທະນະທຳຢ່າງສະ ເໝີຕົ້ນສະເໝີປາຍ. ການດໍາເນີນກິດຈະກຳຂອງຫ້ອງຮຽນຂົງຈື່ພາຍໃນສະຖາບັນ ຖືເປັນໜຶ່ງໃນກົນໄກສໍາ ຄັນ ທີ່ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ໂດຍສະເພາະແມ່ນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ.

ການເຂົ້າຮ່ວມຕິດຕາມກິດຈະກຳ ຂອງ ທ່ານ ປອ ພູວອນ ສີທົນທອງດໍາ ຜູ້ຊີ້ນໍາພະແນກພົວພັນຕ່າງປະເທດໄດ້ສະແດງໃຫ້ເຫັນເຖິງການຊີ້ນໍາ-ນໍາພາ ແລະ ຄວາມເອົາໃຈໃສ່ ທີ່ຍາມໃດກໍສະໜັບສະໜູນກາ ນຮ່ວມມືສາກົນ. ພ້ອມດຽວກັນນີ້, ກໍເປັນການຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຂອງ ອາຈານ ຫວງ ຊຸນເຫມີຍ ທີ່ໄດ້ປະຕິບັດໜ້າທີ່ຖ່າຍທອດຄວາມຮູ້ດ້ວຍຄວາມເອົາໃຈໃສ່ ເຊິ່ງເປັນການເປັນຂົວຕໍ່ທີ່ສໍາຄັນ ໃນການສ້າງຄວາມໄວ້ເນື້ອເຊື່ອໃຈ. ກິດຈະກຳເຜີຍແຜ່ວັດທະນະທຳການເຮັດຂະໜົມໄຫວ້ພະຈັນ ແລະ ໂຄມໄຟຈີນ ທີ່ຫ້ອງຮຽນຂົງຈື່ ສມປຊ ໃນຄັ້ງນີ້ ແມ່ນບັນລຸໄດ້ທັງຈຸດປະສົງທາງດ້ານສິລະປະວັດທະນະທຳ ແລະ ຕອບໂຈດທາງດ້ານການເມືອງຢ່າງຈະແຈ້ງ, ເປັນອີກໜຶ່ງບາດກ້າວແຫ່ງການຫົດນໍ້າໃສ່ຕົ້ນໄມ້ມິດຕະພາບ ລາວ-ຈີນ ໃຫ້ອອກດອກອອກຜົນ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.

——————————-

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ

situs slottotoslotpkv gameslk21slot777slot777slottoto 4dslot thailandslotslot gacor hari inislot gacorslot gacorslot thailandzonawin777zonawin777zonawin777slot777link slot gacor hari inizonawin777zonawin777zonawin777toto 4dsitus totoslot gacorzonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777Zonawin777Zonawin777Zonawin777zonawin777zonawin777Zonawin777Zonawin777Zonawin777Zonawin777Zonawin777Zonawin777tempur777slot gacorslot gacorslot gacorslot gacorslot gacoratatotoatatotototo 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtogel 4dtogel 4datatotototo 4dtoto 4dtoto 4datatotototo 4dtoto 4dligabolapkv gamespkv gameshttps://uniqueagency.pl/kompozytka/