ເພື່ອເປັນການຍົກລະດັບຄວາມຮັບຮູ້, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ແລະ ສ້າງຄວາມຮັບຮູ້ດ້ານມະຫາພາກທາງການເມືອງ ໃຫ້ແກ່ປັນຍາຊົນຮຸ່ນໃໝ່, ໃນວັນທີ 1 ຕຸລາ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ຕ້ອນຮັບຄະນະບວນທັດສະນະ ຈາກມະຫາວິທະຍາໄລແຫ່ງຊາດ (ມຊ) ໃນໂອກາດທີ່ໄດ້ນໍາພານັກສຶກສາຫ້ອງຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ເຂົ້າຮ່ວມທັດສະນະສຶກສາ ແລະ ຮັບຟັງການບັນລະຍາຍພິເສດ.

ຄະນະນໍາພາໃນການເຄື່ອນໄຫວຄັ້ງນີ້ ນໍາໂດຍ ທ່ານ ນາງ ສີພະຈັນ ສີວິໄລ ຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ພ້ອມດ້ວຍຄະນະ, ເຊິ່ງມີສະມາຊິກນັກສຶກສາເຂົ້າຮ່ວມລວມທັງໝົດ 65 ທ່ານ, ຍິງ 32 ທ່ານ. ໃນໂອກາດອັນສະຫງ່າລາສີດັ່ງກ່າວ, ຄະນະນັກສຶກສາໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສະໜິດຕິດພັນ ຈາກ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ຊຶ່ງໄດ້ໃຫ້ກຽດຂຶ້ນບັນລະຍາຍຖ່າຍທອດຄວາມຮູ້ໃນຫົວຂໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຄວາມສໍາຄັນຂອງສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ.

ໃນບົດບັນລະຍາຍອັນເລິກເຊິ່ງ, ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ໄດ້ເນັ້ນໜັກເຖິງບົດບາດຍຸດທະສາດຂອງ ສມປຊ ວ່າເປັນສູນກາງຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ ແລະ ເປັນບ່ອນບຳລຸງສ້າງພະນັກງານຫຼັກແຫຼ່ງໃຫ້ແກ່ລະບົບການເມືອງຂອງ ສປປ ລາວ. ການທີ່ນັກສຶກສາຊຸດນີ້ ເຊິ່ງເປັນປັນຍາຊົນ ແລະ ປັນຍາຊົນລຮຸ່ນໜຸ່ມຈາກ ມຊ ໄດ້ເຂົ້າມາທັດສະນະສຶກສາ ແລະ ຮັບຟັງການແລກປ່ຽນບົດຮຽນໃນຄັ້ງນີ້, ຖືເປັນການເຊື່ອມຕໍ່ອັນສໍາຄັນລະຫວ່າງຄວາມຮູ້ວິຊາສະເພາະວິທະຍາສາດ ຄວາມຮັບຮູ້ທາງດ້ານອຸ ດົມການການເມືອງ, ຊ່ວຍໃຫ້ນັກສຶກສາມີຄວາມໜັກແໜ້ນທາງດ້ານແນວຄິດ, ມີຄຸນສົມບັດສິນທຳປະຕິ ວັດ ແລະ ກຽມພ້ອເປັນກໍາລັງແຮງອັນແຂງແກ່ນໃນການຮັບໃຊ້ປະເທດຊາດໃນອະນາຄົດ.

————————

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ