ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຝຶກອົບຮົມຫົວຂໍ້: “ວິທີສິດສອນວິຊາປະຫວັດສາດພັກ ແລະ ວິຊາກໍ່ສ້າງພັກ ລະບົບທິດສະດີການເມືອງຂັ້ນຕົ້ນ-ຂັ້ນກາງ”
ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XII ເຂົ້າສູ່ຊີວິດຕົວຈິງ; ວຽກງານການເມືອງ-ແນວຄິດ ຖືເປັນສິ່ງທີ່ສຳຄັນອັນດັບໜຶ່ງ ໃນການປົກປ້ອງພື້ນຖານແນວຄິດຂອງພັກ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານ, ສະມາຊິກພັກ. ບົນຈິດໃຈດັ່ງກ່າວ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ຈັດຊຸດຝຶກອົບຮົມຫົວຂໍ້: “ວິທີສິດສອນວິຊາປະຫວັດສາດພັກ ແລະວິຊາກໍ່ສ້າງພັກລະບົບທິດສະດີການເມືອງຂັ້ນຕົ້ນ-ຂັ້ນກາງ”ໃນລະຫວ່າງວັນທີ 2-6 ກຸມພາ 2026 ທີ່ຜ່ານມາ.…
