ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XII ເຂົ້າສູ່ຊີວິດຕົວຈິງ; ວຽກງານການເມືອງ-ແນວຄິດ ຖືເປັນສິ່ງທີ່ສຳຄັນອັນດັບໜຶ່ງ ໃນການປົກປ້ອງພື້ນຖານແນວຄິດຂອງພັກ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານ, ສະມາຊິກພັກ. ບົນຈິດໃຈດັ່ງກ່າວ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ຈັດຊຸດຝຶກອົບຮົມຫົວຂໍ້: “ວິທີສິດສອນວິຊາປະຫວັດສາດພັກ ແລະວິຊາກໍ່ສ້າງພັກລະບົບທິດສະດີການເມືອງຂັ້ນຕົ້ນ-ຂັ້ນກາງ”ໃນລະຫວ່າງວັນທີ 2-6 ກຸມພາ 2026 ທີ່ຜ່ານມາ.
ຊຸດຝຶກອົບຮົມໃນຫົວຂໍ້:“ວິທີສິດສອນວິຊາປະຫວັດສາດພັກ ແລະ ວິຊາກໍ່ສ້າງພັກລະບົບທິດສະດີການເມືອງຂັ້ນຕົ້ນ-ຂັ້ນກາງ” ໄດ້ຮັບກຽດເປັນປະທານໂດຍ: ທ່ານ ປອ. ກູຢ່າງ ສີສົມບົ້ງ, ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ (ສມປຊ) ແລະໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ປທ. ຄຳສີ ດັງສະໄຫວ, ກຳມະການພັກແຂວງ, ຫົວໜ້າໂຮງ ຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ.

ການຝຶກອົບຮົມດັ່ງກ່າວນີ້, ແມ່ນການປັບທາງດ້ານການສິດສອນທິດສະດີການເມືອງ, ເປົ້າໝາຍແມ່ນເພື່ອສ້າງຄວາມເປັນເອກະພາບທາງດ້ານຫຼັກສູດ, ເນື້ອໃນ ແລະວິທີການຖ່າຍທອດຄວາມຮູ້ ລະຫວ່າງ ສູນກາງ ແລະທ້ອງຖິ່ນ. ມີຜູ້ເຂົ້າຮ່ວມຝຶກອົບຮົມຈຳນວນ 27 ທ່ານ, ຍິງ 12 ທ່ານ. ຜູ້ເຂົ້າຮ່ວມຝຶກອົບຮົມລ້ວນແລ້ວແຕ່ເປັນ “ແມ່ພິມ”ຈາກບັນ ດາໂຮງຮຽນການເມືອງ ແລະການປົກຄອງແຂວງ ແລະສມປຊໄດ້ຮ່ວມກັນຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອຖອດຖອນບົດ ຮຽນ ແລະຍົກລະດັບຄວາມຮູ້, ຄວາມສາມາດຕົນເອງ.
ຈຸດສຸມຂອງການຝຶກອົບຮົມຄັ້ງນີ້ແມ່ນການແກ້ໄຂໂຈດດັ່ງກ່າວ, ຕະຫຼອດໄລຍະ 5ວັນ, ບັນດາວິທະຍາກອນຜູ້ຊ່ຽວຊານໄດ້ນຳພາເຈາະເລິກ 3 ຫົວຂໍ້ໃຫຍ່ຄື:
1.ວິທີວິທະຍາໃນການຄົ້ນຄວ້າ ແລະສິດສອນ ວິຊາປະຫວັດສາດພັກ;
2.ວິທີວິທະຍາໃນການຄົ້ນຄວ້າ ແລະສິດສອນ ວິຊາກໍ່ສ້າງພັກ;
3.ເຕັກນິກການແຕ່ງບົດສອນ ແລະການຂຶ້ນຫ້ອງສິດສອນ .
ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນການນຳສະເໜີ “ວິທີສິດສອນແບບເນັ້ນການມີສ່ວນຮ່ວມ” ແທນທີ່ຈະເປັນການບັນ ຍາຍແບບເກົ່າ, ການຝຶກອົບຮົມໄດ້ເນັ້ນໃສ່ການຕັ້ງ “ຄຳຖາມເຈາະຈີ້ມ”, ການວິເຄາະເຫດການປະຫວັດສາດຢ່າງມີເຫດມີຜົນ ແລະການນຳໃຊ້ສື່ການສອນທັນສະໄໝ (PowerPoint). ວິທີການນີ້ໄດ້ປ່ຽນຫ້ອງຮຽນໃຫ້ກາຍເປັນເວທີສົນ ທະນາແລກປ່ຽນ, ເຮັດໃຫ້ຜູ້ຮຽນເກີດຈິນຕະນາການ ແລະເຂົ້າໃຈເລິກເຊິ່ງເຖິງມູນເຊື້ອ ແລະພາລະກິດຂອງພັກ.


ເພື່ອຢັ້ງຢືນວ່າ “ທິດສະດີຕ້ອງຕິດພັນກັບພຶດຕິກຳ”, ຄະນະຮັບຜິດຊອບ ໄດ້ຈັດກິດຈະກຳລົງທັດສະນະສຶກສາ ຢູ່ ເມືອງສິງ, ແຂວງຫຼວງນ້ຳທາ. ການເຄື່ອນໄຫວນີ້ບໍ່ພຽງແຕ່ເປັນການຢ້ຽມຊົມແຫຼ່ງປະຫວັດສາດ ແລະວັດທະນະທຳເທົ່ານັ້ນ, ແຕ່ຫົວໃຈສຳຄັນແມ່ນການໄດ້ພົບປະແລກປ່ຽນບົດຮຽນ ກັບຄະນະນຳເມືອງສິງ. ການຝຶກອົບຮົມດັ່ງກ່າວເຮັດໃຫ້ບັນດາຄູ-ອາຈານໄດ້ສຳຜັດກັບໜ້າວຽກຕົວຈິງຂອງການກໍ່ສ້າງພັກ-ພະນັກງານ ຢູ່ຂັ້ນທ້ອງຖິ່ນ, ເຂົ້າໃຈເຖິງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການນຳພາ-ຊີ້ນຳ ຂອງອົງຄະນະພັກເມືອງ. ຂໍ້ມູນເຫຼົ່ານີ້ຈະກາຍເປັນ “ວັດຖຸດິບ”ອັນລ້ຳຄ່າທີ່ຈະຖືກນຳໄປສອດແຊກເຂົ້າໃນບົດສອນ, ເຮັດໃຫ້ການສິດສອນບໍ່ເປັນພຽງທິດສະດີໃນປຶ້ມ ແຕ່ສາມາດຕອບສະໜອງຕໍ່ສະ ພາບຄວາມເປັນຈິງຂອງສັງຄົມໄດ້.
ຜ່ານການດຳເນີນ 5 ວັນ, ຜົນສຳເລັດອັນຈົບງາມທີ່ຍາດມາໄດ້ ແມ່ນການສ້າງໄດ້“ຄວາມເປັນເອກະພາບ”ທາງດ້ານຫຼັກການ. ບັນດານັກສຳມະນາກອນ ໄດ້ຕີລາຄາສູງຕໍ່ເນື້ອໃນທີ່ອຸດົມສົມບູນ ແລະສອດຄ່ອງກັບມະຕິພັກ. ພິເສດແມ່ນບັນດາວິທະຍາກອນ ໄດ້ຮັບຄະແນນປະເມີນໃນລະດັບສູງ (3.90) ຍ້ອນຄວາມສາມາດໃນການຖ່າຍທອດ ແລະ ການຊີ້ແຈງບັນຫາໄດ້ຢ່າງຈະແຈ້ງ. ຍິ່ງໄປກວ່ານັ້ນ, ການຝຶກອົບຮົມຍັງໄດ້ສ້າງເຄືອຂ່າຍການພົວພັນ ທີ່ແໜ້ນແຟ້ນ ລະ ຫວ່າງ ສມປຊ ແລະໂຮງຮຽນການເມືອງແຂວງ, ອັນເປັນພື້ນຖານໃຫ້ແກ່ການຮ່ວມມືທາງດ້ານວິຊາການໃນອະນາຄົດ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ບົດລາຍງານຍັງໄດ້ຊີ້ໃຫ້ເຫັນຈຸດທີ່ຕ້ອງປັບປຸງ ຢ່າງກົງໄປກົງມາ. ບັນຫາເວລາ 5ວັນ ຖືວ່າສັ້ນເກີນໄປສຳລັບເນື້ອໃນແມ່ນກວ້າງຂວາງ ຂອງປະຫວັດສາດພັກ ແລະວຽກງານກໍ່ສ້າງພັກ. ນອກຈາກນີ້, ການຂາດແຄນເອກະສານອ້າງອີງທີ່ເປັນປະຫວັດສາດທາງການ ຫຼື ຂໍ້ມູນວິໄຈໃໝ່ໆ ກໍຍັງເປັນສິ່ງທ້າທາຍທີ່ຄະນະຮັບຜິດຊອບຕ້ອງໄດ້ຮ່ວມກັນແກ້ໄຂ.
ໃນພິທີປິດຊຸດຝຶກອົບຮົມ, ທ່ານປະທານກອງປະຊຸມ ໄດ້ກ່າວເນັ້ນໜັກວ່າ:“ໂລກມີການປ່ຽນແປງຢູ່ເລື້ອຍໆ, ປະເທດມີການເຊື່ອມໂຍງກັບພາກພຶ້ນ ແລະສາກົນ, ຈຶ່ງຮຽກຮ້ອງໃຫ້ວິທີວິທະຍາການສອນ ຕ້ອງມີການປະດິດສ້າງໃໝ່ຢູ່ສະເໝີແຕ່ຕ້ອງຮັບປະກັນລັກສະນະພັກ ແລະລັກສະນະຫຼັກການສູງ”.
ເພື່ອສືບຕໍ່ຜັນຂະຫຍາຍຜົນສຳເລັດ ໃຫ້ເປັນຮູບປະທຳ, ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ວາງທິດທາງແຜນການທີ່ແຫຼມຄົມດັ່ງນີ້:
- ການຂະຫຍາຍຜົນ: ນັກສຳມະນາກອນຈະຕ້ອງນຳເອົາບົດຮຽນໄປລາຍງານຕໍ່ຄະນະພັກຂອງຕົນ ແລະຈັດຕັ້ງການເຜີຍ ແຜ່ ຫຼື ຝຶກອົບຮົມຄືນໃໝ່ໃຫ້ແກ່ຄູ-ອາຈານພາຍໃນ;
- ການຕິດຕາມກວດກາ: ສມປຊ ຈະຈັດສົ່ງຄະນະວິຊາການລົງຕິດຕາມ ແລະເຂົ້າຮ່ວມໂມງສອນຕົວຈິງຢູ່ບັນດາໂຮງ ຮຽນການເມືອງແຂວງ ເພື່ອປະເມີນປະສິດທິຜົນຂອງການນຳໃຊ້ວິທີການສອນແບບໃໝ່;
- ການຫັນເປັນດິຈິຕອນ:ຈະມີການຊຸກຍູ້ສ້າງ “ຄັງເອກະສານເອເລັກໂຕຣນິກ” ລວບລວມບົດສອນຕົວຢ່າງ, ວິດີໂອການສອນ, ເອກະສານປະຫວັດສາດເພື່ອໃຫ້ຄູ-ອາຈານທົ່ວປະເທດສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກ ແລະວ່ອງໄວ;
- ການຖອດຖອນບົດຮຽນທາງໄກ: ຈະມີການຈັດກອງປະຊຸມຜ່ານລະບົບອອນລາຍ(Online) ເພື່ອຕິດຕາມຜົນ ແລະແລກປ່ຽນຂໍ້ສະດວກ-ຂໍ້ຫຍຸ້ງຍາກຢ່າງຕໍ່ເນື່ອງ.
ການຈັດຝຶກອົບຮົມຢູ່ແຂວງຫຼວງນ້ຳທາໃນຄັ້ງນີ້ ຖືເປັນບາດກ້າວບຸກທະລຸທີ່ສຳຄັນ ໃນວຽກງານກໍ່ສ້າງພະນັກ ງານທິດສະດີຂອງພັກ, ມັນເປັນການຢືນຢັນເຖິງຄວາມມຸ່ງໝັ້ນ ຂອງ ສມປຊ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງ ທີ່ຈະຍົກສູງຄຸນນະພາບການສຶກສາ, ກໍ່ສ້າງພັກ ໃຫ້ກ້າວທັນກັບຍຸກສະໄໝ. ບັນດາຄູ-ອາຈານ ທີ່ຜ່ານການຝຶກອົບຮົມຈະບໍ່ເປັນພຽງຜູ້ສິດສອນຕາມຕຳລາອີກຕໍ່ໄປ, ແຕ່ພວກເພິ່ນຈະກາຍເປັນ “ເສົາຄ້ຳທາງດ້ານແນວຄິດ-ທິດສະດີ”ແລະເປັນກະບອກສຽງທີ່ແຫຼມຄົມຂອງພັກໃນການປຸກລະດົມ, ສຶກສາອົບຮົມ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນບັນດາເຜົ່າເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມທິດສັງຄົມນິຍົມ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
