ກອງປະຊຸມສະຫຼຸບຖອດຖອນບົດຮຽນ; ປະກອບຄໍາເຫັນໃສ່ຄໍາເເນະນໍາ; ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະມອບ-ຮັບບັດສະມາຊິກພັກ
ໃນຕອນເຊົ້້າວັນທີ 11 ມິຖຸນາ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ; ປະກອບຄໍາເຫັນໃສ່ຄໍາເເນະນໍາ; ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະມອບ-ຮັບບັດສະມາຊິກພັກ ໃຫ້ກຽດເປັນປະທານຮ່ວມໂດຍສະຫາຍ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກພະນັກງານ, ຄູ-ອາຈານ,…
