ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສືບຕໍ່ຜັນຂະຫຍາຍ ຍຸດທະສາດການເປັນຄູ່ຮ່ວມຊາຕາກຳ ບົນພື້ນຖານທິດນຳ: “ໝັ້ນຄົງ, ຍາວນານ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະຜູ້ແທນ ຈາກໂຮງຮຽນພັກແຂວງກ່ານຊູ (ສະຖາບັນການປົກຄອງກ່ານຊູ) ສປ ຈີນ ໃນວັນຕອນເຊົ້າ ຂອງວັນທີ 5 ກຸມພາ 2026 ນຳພາຄະນະໂດຍ ທ່ານ ສຈ ຫວັງ ຣຸ່ຍ (Wang Rui) ຫົວໜ້າພາກວິຊາສອນ ແລະ ຄົ້ນຄວ້າປະຫວັດ ສາດພັກຄອມມູນິດຈີນ, ທັງເປັນເລຂາໜ່ວຍພັກ. ການມີຜູ້ຊ່ຽວຊານດ້ານປະຫວັດສາດພັກ ພ້ອມດ້ວຍຄະນະ 4 ທ່ານ.

         ການພົບປະຄັ້ງນີ້ ບໍ່ພຽງແຕ່ເປັນການໄປມາຫາສູ່ກັນຕາມປົກກະຕິ ແຕ່ເປັນນິມິດໝາຍອັນສຳຄັນທາງດ້ານການເມືອງ ໃນການແລກປ່ຽນບົດຮຽນ ວ່າດ້ວຍການກໍ່ສ້າງພັກ ແລະ ການບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງ. ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ນຳໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະພັກ ແລະ ຕາງໜ້າຄະນະຕ່າງໆ ພາຍໃນ ສມປຊ.

         ຈຸດປະສົງຫຼັກ ຂອງການພົບປະຄັ້ງນີ້ ທັງສອງຝ່າຍໄດ້ສຸມໃສ່ການປຶກສາຫາລື ເພື່ອຖອດຖອນບົດຮຽນຮ່ວມກັນ ໂດຍເນັ້ນໜັກໃສ່ການຊອກຫາ “ຈຸດຄື” ແລະ “ຈຸດຕ່າງ” ລະຫວ່າງສອງສະຖາບັນ ໃນຂົງເຂດວຽກງານທີ່ເປັນ ຫົວໃຈ ຂອງລະບອບການເມືອງ ຄື:

  • ວຽກງານການກໍ່ສ້າງພັກ: ການແລກປ່ຽນທິດສະດີ ແລະ ພຶດຕິກຳຕົວຈິງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງພັກ, ການຮັກສາຄວາມບໍລິສຸດຜຸດຜ່ອງ ແລະ ການຍົກສູງຄວາມສາມາດນຳພາຂອງພັກ ໃນເງື່ອນໄຂໃໝ່.
  • ການສ້າງລະບົບການບຳລຸງສ້າງພະນັກງານຂັ້ນຮາກຖານ: ຖືເປັນບັນຫາຮີບດ່ວນ ແລະ ສຳຄັນ ຂອງທັງສອງປະເທດ ໃນການສ້າງພະນັກງານທີ່ຕິດພັນກັບປະຊາຊົນ, ເຂົ້າໃຈສະພາບຄວາມເປັນຈິງ ແລະ ສາມາດນຳພານະໂຍບາຍ ຂອງພັກລົງສູ່ການປະຕິບັດຢ່າງມີປະສິດທິຜົນ.
  • ການອອກແບບຫຼັກສູດການຮຽນ-ການສອນ: ການປັບປຸງເນື້ອໃນຫຼັກສູດ ໃຫ້ສອດຄ່ອງກັບການປ່ຽນແປງຂອງໂລກ ແລະ ຄວາມຕ້ອງການຂອງການພັດທະນາປະເທດຊາດ ໂດຍຍຶດຖືທິດສະດີ ມາກ-ເລນິນ ເປັນພື້ນຖານ.

         ນອກຈາກນີ້, ຍັງໄດ້ມີການວາງແຜນກ່ຽວກັບ ຄວາມເປັນໄປໄດ້ໃນການຈັດຝຶກອົບຮົມຮ່ວມກັນ ແລະ ກຳນົດທິດທາງເນື້ອໃນສຳຄັນ ທີ່ຈະຮ່ວມມືກັນໃນອະນາຄົດ ເພື່ອຍົກລະດັບຄຸນນະພາບ ຂອງຄູ-ອາຈານ ແລະ ນັກຄົ້ນຄວ້າ ຂອງທັງສອງຝ່າຍ. ການພົບປະ ລະຫວ່າງ ສມປຊ ແລະ ໂຮງຮຽນພັກແຂວງກ່ານຊູ ພາຍໃຕ້ການນຳພາ ຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮັດແໜ້ນຄວາມສາມັກຄີມິດຕະພາບ ແຕ່ຍັງເປັນການສ້າງສາຍພົວພັນຮ່ວມມື ໃຫ້ເຂົ້າກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຂອງທັງສອງປະເທດ ລາວ ແລະ ຈີນ.

                                           ຂ່າວ/ພາບ:​​​​​​​​​​​​​ ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ