ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ຍົກສູງຄຸນນະພາບການຮຽນ-ການສອນ ໃຫ້ພະນັກງານ-ຄູອາຈານ ໃນເງື່ອນໄຂໃໝ່” ຂຶ້ນຢ່າງເປັນທາງການ. ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 5 ວັນ, ນັບແຕ່ວັນທີ 02 ຫາ 06 ກຸມພາ 2026 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍລິຄຳໄຊ.
ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ປທ ນ. ອານົງ ຂັນທະຍົງ, ຮອງຫົວໜ້າຄະນະບໍລິຫານສາດ (ສມປຊ) ແລະ ທ່ານ ຈົ່ງຊົ່ງ ຈົ່ງເຕັ່ງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍລິຄຳໄຊ ພ້ອມດ້ວຍບັນດາຄູຝຶກຜູ້ຊົງຄຸນວຸດທິຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ແຂກທີ່ມີກຽດ ແລະ ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີສະຫຼຸບ ທ່ານ ປທ ນ. ອານົງ ຂັນທະຍົງ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງວຽກງານການກໍ່ສ້າງ ແລະ ບຳລຸງພະນັກງານ ໂດຍຍົກໃຫ້ເຫັນເຖິງຄຳຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ວ່າ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ທ່ານໄດ້ຊີ້ໃຫ້ເຫັນວ່າ: ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແມ່ນກຸນແຈສຳຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານປະທານພິທີ ຍັງໄດ້ນ້ອມນຳເອົາຄຳເວົ້າອໍາມະຕະ ຂອງ ປະທານ ໂຮ່ຈີມິນ ທີ່ວ່າ: “ເພື່ອຜົນປະໂຫຍດສິບປີ ແມ່ນໃຫ້ປູກຕົ້ນໄມ້, ແຕ່ເພື່ອຜົນປະໂຫຍດຮ້ອຍປີ ແມ່ນໃຫ້ປູກຄົນ” ມາເປັນເຂັມທິດເຍືອງທາງໃນການຝຶກອົບຮົມຄັ້ງນີ້. ການຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ເປັນການຖ່າຍທອດຄວາມຮູ້ທາງທິດສະດີເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມຊຳນິຊຳນານ, ປັບປ່ຽນທັດສະນະຄະຕິ ແລະ ຍົກລະດັບຄວາມຮັບຜິດຊອບທາງການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນ ຂອງຄູ-ອາຈານ ໃຫ້ສົມກັບຄຳຂວັນ: “ສອນດີສອນເກັ່ງ, ນັກຮຽນເກັ່ງມີວິໄນດີ”.
ຕະຫຼອດໄລຍະເວລາ ຂອງການຝຶກອົບຮົມ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນໃນ 3 ຫົວຂໍ້ຫຼັກ ທີ່ມີລັກສະນະຍຸດທະສາດສຳລັບການບໍລິຫານລັດໃນຍຸກປັດຈຸບັນ:
- ການຫັນເປັນດິຈິຕອນ (Digital Transformation) ແລະ ປັນຍາປະດິດ (AI): ບັນຍາຍໂດຍຄູຝຶກຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ. ຫົວຂໍ້ນີ້ແນໃສ່ສ້າງຄວາມເຂົ້າໃຈໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າເປັນເຄື່ອງມືໃນການເຄື່ອນໄຫວວຽກງານ, ຮັບປະກັນໃຫ້ບຸກຄະລາກອນສາມາດນຳໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອແກ້ໄຂບັນຫາຢ່າງກວມລວມ ແລະ ມີປະສິດທິພາບ ສອດຄ່ອງກັບຍຸກສະໄໝ 4.0.
- ວຽກງານການປົກຄອງທ້ອງຖິ່ນ: ບັນຍາຍໂດຍຄູຝຶກຈາກຄະນະຈັດຕັ້ງສູນກາງພັກ. ເນື້ອໃນໄດ້ລົງເລິກເຖິງການຄຸ້ມຄອງບໍລິຫານລັດຂັ້ນທ້ອງຖິ່ນ, ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຕາມການແບ່ງຂັ້ນຄຸ້ມຄອງ ຢ່າງມີລະບົບ.
- ວຽກງານການຕ້ານການສໍ້ລາດບັງຫຼວງ: ບັນຍາຍໂດຍຄູຝຶກຈາກຄະນະກວດກາສູນກາງພັກ. ຖືເປັນຫົວຂໍ້ທີ່ສຳຄັນຍິ່ງ ໃນການປູກຈິດສຳນຶກໃຫ້ພະນັກງານ-ລັດຖະກອນ ມີຄວາມສັດຊື່ບໍລິສຸດ, ປົກປ້ອງຊັບສິນຂອງລັດ ແລະ ລວມໝູ່, ຮັບປະກັນຄວາມໂປ່ງໃສ, ເຂັ້ມແຂງ ແລະ ສ້າງຄວາມຍຸຕິທຳໃນສັງຄົມ.


ນອກຈາກການຮຽນຮູ້ໃນຫ້ອງປະຊຸມແລ້ວ, ໃນວັນທີ 06 ກຸມພາ, ຄະນະຝຶກອົບຮົມຍັງໄດ້ຈັດກິດຈະກຳທັດສະນະສຶກສາຕົວຈິງຢູ່ທີ່ ແຂວງບຶງການ (ຊາຍແດນລາວ-ໄທ) ເພື່ອເປີດໂລກະທັດ ແລະ ແລກປ່ຽນປະສົບການຕົວຈິງ, ກ່ອນຈະເດີນທາງກັບຄືນ ສມປຊ ດ້ວຍຄວາມສະຫວັດດີພາບ.




ໃນພິທີປິດຊຸດຝຶກອົບຮົມ, ທ່ານ ປທ ນ. ອານົງ ຂັນທະຍົງ ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້, ທ່ານໄດ້ກ່າວຢັ້ງຢືນວ່າ: ການຝຶກອົບຮົມຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟຶ້ນ, ນັກຝຶກອົບຮົມມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງໃນການແລກປ່ຽນບົດຮຽນ ແລະ ມີການຕັ້ງຄຳຖາມເຈາະຈີ້ມ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ. ຜົນສຳເລັດດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງຄະນະພັກ-ຄະນະນຳ ທັງສອງພາກສ່ວນ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຍົກລະດັບວິຊາສະເພາະ ຂອງຄູອາຈານ.
ຂ່າວ ປທ ຕາອັອດ ແສນທະວີສຸກ
ຮູບພາບ: ຄະນະບໍລິຫານສາດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
