ກອງປະຊຸມສໍາມະນາວິທະຍາສາດ ເພື່ອຜັນຂະຫຍາຍມະຕິ 04 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢ່າງແຂງແຮງ
ໃນວັນທີ 5 ຕຸລາ 2026, ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ມີການຈັດກອງປະຊຸມສໍາມະນາວິທະຍາສາດລະດັບພາກ ຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ຈັດຕັ້ງຜັນຂະຫຍາຍມະຕິ 04 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຢູ່ໃນ 6 ແຂວງພາກກາງ”. ກອງປະຊຸມຄັ້ງນີ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມມີທ່ານ ປອ ສີວຽງໄຊ ອໍລະບູນ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ…
