ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີມອບ-ຮັບເງິນອຸປະຖຳ ແລະ ອຸປະກອນຮັບໃຊ້ເພື່ອປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ຂອງສະຖາບັນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະທັນສະໄໝ ໃນຕອນເຊົ້າຂອງວັນທີ 5 ຕຸລາ 2026.

ໃຫ້ກຽດຕາງໜ້າມອບໃນພິທີຄັ້ງນີ້ໂດຍ: ສະຫາຍ ປອ ເພັດມະນີແສງ ຊ້າງໄຊຍະສານ ເລຂາໜ່ວຍພັກ, ຫົວໜ້າຫ້ອງ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ນັກສຶກສາ ທິດສະດີການເມືອງຂັ້ນສູງຮຸ່ນທີ VIII ແລະໃຫ້ກຽດກ່າວຮັບໂດຍ: ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໂດຍມີບັນດາຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກສຶກສາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ສຳລັບການອຸປະຖຳໃນຄັ້ງນີ້ ປະກອບມີ ເງິນສົດຈຳນວນ 173,800,000 ກີບ (ໜຶ່ງຮ້ອຍເຈັດສິບສາມລ້ານ ແປດແສນກີບ) ພ້ອມດ້ວຍອຸປະກອນຈຳນວນໜຶ່ງ. ໃນໂອກາດດັ່ງກ່າວ, ສະຫາຍ ປອ. ເພັດມະນີແສງ ຊ້າງໄຊຍະສານ ໄດ້ກ່າວເຖິງຈຸດປະສົງຂອງການປະກອບສ່ວນວ່າ: ການມອບເງິນ ແລະອຸປະກອນຄັ້ງນີ້ ແມ່ນເກີດຈາກຄວາມສະໝັກໃຈ ແລະຄວາມເປັນນ້ຳໜຶ່ງໃຈດຽວ ຂອງໝູ່ຄະນະນັກສຶກສາທິດສະດີຂັ້ນສູງຮຸ່ນທີ VIII ທຸກສະຫາຍ, ເຊິ່ງລ້ວນແລ້ວແຕ່ເປັນພະນັກງານນຳພາ-ຄຸ້ມຄອງ ທີ່ມາຈາກຫຼາຍພາກສ່ວນອ້ອມຂ້າງສູນກາງ ແລະທ້ອງຖິ່ນ. ມັນເປັນການສະແດງອອກເຖິງຄວາມກະຕັນຍູຮູ້ບຸນຄຸນ ແລະຄວາມຮັບຜິດຊອບທາງດ້ານການເມືອງ ຕໍ່ກັບສະຖາບັນທີ່ເປັນບ່ອນບໍາລຸງ ແລະກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງຂອງພັກ-ລັດ, ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ການຮຽນ-ການສອນ, ການບໍລິຫານວຽກງານພາຍໃນ ສມປຊ ໃຫ້ມີປະສິດທິພາບແລະປະສິດທິຜົນໃຫ້ສູງຂຶ້ນ.

ເຫດການຄັ້ງນີ້ເປັນການສະທ້ອນໃຫ້ເຫັນເຖິງ “ທັດສະນະມະຫາຊົນ” ແລະ “ການເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຕາມແນວທາງນະໂຍບາຍຂອງພັກປະຊາຊົນ ປະຕິວັດລາວ. ນັກສຶກສາທິດສະດີຂັ້ນສູງ ຮຸ່ນທີ VIII ໄດ້ສະແດງໃຫ້ເຫັນວ່າ ຂະບວນການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງຂອງພັກ-ລັດ, ຢູ່ ສ ມປຊ ເປັນການຖ່າຍທອດທາງດ້ານທິດສະດີມາກ-ເລນິນ ແລະແນວຄິດໄກສອນ ພົມວິຫານ, ແຕ່ຍັງສາມາດສ້າງໃຫ້ຜູ້ຮຽນມີສະຕິຕໍ່ການຈັດຕັ້ງ, ມີນ້ຳໃຈເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມຢ່າງແທ້ຈິງ, ນອກນັ້ນ, ຄະນະພັກ, ຄະນະຫ້ອງ ຍັງໄດ້ມອບກະຕ່າຂອງຂວັນເນື່ອງໃນໂອກາດ ອວຍພອນວັນຄູ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະຕີລາຄາສູງ ຕໍ່ນ້ຳໃຈອັນປະເສີດ, ຈິດໃຈປະຕິວັດອັນສູງສົ່ງ ຂອງຄະນະພັກ, ຄະນະຫ້ອງ ແລະນັກສຶກສາທິດສະດີຂັ້ນສູງຮຸ່ນທີ VIII ທຸກສະຫາຍ. ທ່ານຮອງຫົວໜ້າສະຖາບັນ ໄດ້ເນັ້ນໜັກວ່າ: ການປະ ກອບສ່ວນຂອງບັນດາສະຫາຍ ແມ່ນກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ຄະນະນຳ ກໍ່ຄືຄູ-ອາຈານພາຍໃນສະຖາບັນ ໃນການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ເຂົ້າໃນວຽກງານກໍ່ສ້າງ ແລະບຳລຸງພະນັກງານນໍາພາຫຼັກແຫຼ່ງຂອງຊາດ. ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຄະນະນຳສະຖາບັນ ຈະນຳເອົາທຶນຮອນ ແລະອຸປະກອນດັ່ງກ່າວເຂົ້າໃນວຽກງານທີ່ຈຳເປັນຢ່າງລວມສູນ, ໂປ່ງໃສ ແລະໃຫ້ເກີດຜົນປະໂຫຍດສູງສຸດແກ່ສ່ວນລວມ, ຮັບປະກັນໃຫ້ ສມປຊ ເປັນກຳລັງແຮງສຳຄັນ ໃນການສະໜອງບຸກຄະລາກອນທີ່ມີຄຸນທາດການເມືອງໜັກແໜ້ນໃຫ້ແກ່ປະເທດຊາດ.

—————–

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ ຄຳຫຼ້າ ທອງພະຈັນ

ບັນນາທິການ ບຸນປັນ ສຸມຸນທອງ