ໃນຕອນເຊົ້າຂອງວັນທີ 6 ຕຸລາ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີໄຂສົກຮຽນໃໝ່ ປະຈຳປີ 2026-2027 ພ້ອມກັບການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026). ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີອັນຄຶກຄື້ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີນີ້, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການຮຽນ-ການສອນ ປະຈຳສົກຮຽນ 2026-2027 ຢ່າງເປັນທາງການ. ແຜນການດັ່ງກ່າວໄດ້ເນັ້ນໜັກໃສ່ການຍົກສູງຄຸນນະພາບການຄຸ້ມຄອງການຮຽນ-ການສອນ ໃຫ້ດຳເນີນໄປຕາມມາດຕະຖານທີ່ກຳນົດໄວ້. ໜຶ່ງໃນເປົ້າໝາຍສຳຄັນແມ່ນການສືບຕໍ່ຊຸກຍູ້ການປະຕິບັດມາດຕະການ “2 ເຂັ້ມ” ຢ່າງເດັດຂາດ ຄື: ຮຽນເຂັ້ມງວດ (ບໍ່ໃຫ້ຂາດຮຽນ, ຂຶ້ນຫ້ອງທັນເວລາ) ແລະ ສອນເຂັ້ມງວດ (ບໍ່ຂາດໂມງສອນ, ປະຕິບັດຂອດຕ່າງໆຢ່າງເຂັ້ມງວດ) ເພື່ອຮັບປະກັນການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງໃຫ້ມີຄຸນນະພາບສູງ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ, ໃນວາລະກອງປະຊຸມຍັງໄດ້ມີການຂຶ້ນກ່າວສະດຸດີ ແລະ ອວຍພອນວັນຄູ ຈາກຕາງໜ້າຄູ-ອາຈານ ແລະ ຕາງໜ້ານັກສຶກສາ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພະຄຸນຂອງຄູ ຜູ້ທີ່ເປັນແມ່ພິມຂອງຊາດ ແລະ ເປັນຜູ້ຖ່າຍທອດທິດສະດີການເມືອງແນວຄິດຂອງພັກ. ພ້ອມດຽວກັນນັ້ນ, ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີ, ຄະນະຈັດຕັ້ງພິທີໄດ້ມີການມອບ-ຮັບໃບຍ້ອງຍໍໃຫ້ແກ່ ຄູ-ອາຈານ ທີ່ສ້າງຜົນງານດີເດັ່ນໄດ້ຮັບນາມມະຍົດ “ຄູສອນດີ-ສອນເກັ່ງ” ເພື່ອເປັນຂວັນກຳລັງໃຈໃນການສືບຕໍ່ປະຕິບັດໜ້າທີ່ອັນມີກຽດຂອງຕົນ ປະເພດ 1 ມີຈຳນວນ 49 ທ່ານ, ຍິງ 18 ທ່ານ; ປະເພດ 2 ມີຈຳນວນ 5 ທ່ານ, ຍິງ 3 ທ່ານ ແລະປະເພດ 3 ມີ 1 ທ່ານ.
ນອກຈາກນີ້, ທ່ານ ນ. ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນ 2 ທ່ານ ຄື:

1. ທ່ານ ປອ ຄຳໃບ ມາລາສິງ.
2. ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ.
ຊຶ່ງທັງ 2 ທ່ານ ແມ່ນຈະໄດ້ສືບຕໍ່ຊຸກຍູ້ວຽກງານວິຊາສະເພາະ ແລະ ວຽກງານການເມືອງ-ແນວຄິດ ພາຍໃນສະຖາບັນໃຫ້ມີຄວາມໜັກແໜ້ນ, ຮັບປະກັນການບໍລິຫານຈັດຕັ້ງໃຫ້ໂລ່ງລ່ຽນ ແລະ ເຂັ້ມແຂງກວ່າເກົ່າ.












ໃນຕອນທ້າຍຂອງພິທີ, ທ່ານ ປອ ອານຸພາບ ຕຸນາລົມ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວເປີດສົກຮຽນໃໝ່ ຢ່າງເປັນທາງການ. ທ່ານໄດ້ເນັ້ນໜັກ ຢ່າງເລິກເຊິ່ງວ່າ:
1. ສຳລັບນັກສຶກສາ.
– ຄວາມສຳຄັນຂອງການຮຽນທິດສະດີການເມືອງ: ນັກສຶກສາຕ້ອງຮັບຮູ້ເຖິງກຽດ ແລະ ຄວາມຮັບຜິດຊອບອັນຍິ່ງໃຫຍ່ ທີ່ໄດ້ມາສຶກສາຢູ່ໃນສະຖາບັນສູງສຸດຂອງພັກ. ການຮຽນທິດສະດີການເມືອງປຽບເໝືອນແສງສະຫວ່າງເຍືອງທາງ ແລະ ເປັນອາວຸດທີ່ແຫຼມຄົມ ເພື່ອຊ່ວຍໃນການນຳພາ-ຊີ້ນຳ.
– ການພັດທະນາຕົນເອງ ແລະ ທັດສະນະຄະຕິ: ຕ້ອງໃຊ້ການຮຽນເພື່ອປັບປຸງຄຸນທາດການເມືອງ, ເພີ່ມຄວາມຈົງຮັກພັກດີ, ພັດທະນາທັກສະການວິເຄາະ-ໄຈ້ແຍກ ແລະ ຕໍ່ສູ້ປົດປ່ອຍຕົນເອງອອກຈາກແນວຄິດແບບຄອງເດີມທີ່ບໍ່ກ້າປ່ຽນແປງ. ພ້ອມກັນນັ້ນ, ການຮຽນຕ້ອງຕິດພັນກັບການຝຶກຝົນຫຼໍ່ຫຼອມຕົນເອງ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ.
– ວິທີການຮຽນ ແລະ ການເຮັດວຽກເປັນໝູ່ຄະນະ: ຕ້ອງຮູ້ສົມທົບລະຫວ່າງທິດສະດີ ແລະ ພຶດຕິກຳຕົວຈິງ ໂດຍເອົາພຶດຕິກຳມາເຍືອງໃສ່ທິດສະດີຢ່າງມີວິທະຍາສາດ. ບັນດາຄະນະພັກ, ຄະນະຫ້ອງ ແລະ ນັກສຶກສາຕ້ອງຮັກສາຄວາມສາມັກຄີ, ເປັນແບບຢ່າງ, ເສີມຂະຫຍາຍປະຊາທິປະໄຕພາຍໃນ ແລະ ປຶກສາຫາລືກັນ.
4 ຄາດໝາຍໃຫຍ່ທີ່ຕ້ອງກຳແໜ້ນ:
1. ທົບທວນຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ລະບຽບກົດໝາຍຂອງລັດ.
2. ປັບປຸງແນວຄິດ, ຍົກສູງຄຸນສົມບັດສິນທຳປະຕິວັດ, ຈຳແນກມິດ-ສັດຕູຢ່າງຈະແຈ້ງ ແລະ ຕີຖອຍແນວຄິດຫຍໍ້ທໍ້.
3. ປັບປຸງແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດໃຫ້ປອດໃສຂາວສະອາດ, ພ້ອມທັງຍົກສູງຄວາມຮັບຜິດຊອບໃນການນຳພາ.
4. ຖືໂອກາດນີ້ຝຶກຝົນຕົນເອງ, ຍາດແຍ່ງເອົາຄວາມຮູ້ເພື່ອສ້າງການຫັນປ່ຽນຢ່າງຈະແຈ້ງ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ.
2. ສຳລັບ ຮອງຫົວໜ້າ ສມປຊ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ (2 ທ່ານ)
– ສືບຕໍ່ຍົກສູງບົດບາດຄວາມຮັບຜິດຊອບ ແລະ ຄຸນສົມບັດສິນທຳປະຕິວັດ: ໜ້າທີ່ໃໝ່ແມ່ນກຽດອັນຍິ່ງໃຫຍ່ ແຕ່ກໍເປັນພາລະທີ່ໜັກໜ່ວງຂຶ້ນ. ຕ້ອງສືບຕໍ່ເປັນແບບຢ່າງນຳໜ້າ, ມີຄວາມໜັກແໜ້ນທາງດ້ານການເມືອງ, ໂປ່ງໃສ, ຍຸຕິທຳ ແລະ ດຳລົງຊີວິດດ້ວຍຄວາມອົດທົນ ແລະ ປະຢັດມັດທະຍັດ.
– ເສີມຂະຫຍາຍມູນເຊື້ອສາມັກຄີພາຍໃນຄະນະພັກ-ຄະນະນຳ: ຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງງານ ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ. ຕ້ອງເອົາໃຈໃສ່ຊີ້ນຳ-ນຳພາ ບັນດາກົມ, ຫ້ອງການ, ສູນ ແລະ ໂຮງຮຽນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ.
– ເອົາໃຈໃສ່ຍົກຄຸນນະພາບການສອນ ແລະ ການຄົ້ນຄວ້າ: ຊີ້ນຳການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງຂອງພັກ ແລະ ນິຕິກຳຂອງລັດ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຊີ້ນຳການປັບປຸງເນື້ອໃນຫຼັກສູດການຮຽນ-ການສອນ ໃຫ້ທັນກັບສະພາບການພັດທະນາທັງພາຍໃນ ແລະ ສາກົນ.
—————————
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
