ໃນວັນທີ 5 ຕຸລາ 2026, ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ມີການຈັດກອງປະຊຸມສໍາມະນາວິທະຍາສາດລະດັບພາກ ຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ຈັດຕັ້ງຜັນຂະຫຍາຍມະຕິ 04 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຢູ່ໃນ 6 ແຂວງພາກກາງ”. ກອງປະຊຸມຄັ້ງນີ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມມີທ່ານ ປອ ສີວຽງໄຊ ອໍລະບູນ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ແລະ ທ່ານ ຫຸມພັນ ເມືອງແສນ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງວຽງຈັນ. ພ້ອມນີ້, ຍັງມີການເຂົ້າຮ່ວມຢ່າງພ້ອມພຽງຈາກບັນດາຄະນະພັກ, ຄະນະອໍານວຍການ ຂອງໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກກາງ, ມີຜູ້ຕາງໜ້າຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາພະແນກການຂອງແຂວງ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກວິທະຍາສາດ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສໍາມະນາໃນຄັ້ງນີ້ ຖືເປັນບາດກ້າວບຸກທະລຸອັນສໍາຄັນທາງດ້ານແນວຄິດ-ການເມືອງ ແລະ ການຄຸ້ມຄອງບໍລິຫານລັດຂັ້ນທ້ອງຖິ່ນ, ໂດຍທ່ານ ປອ ອານຸພາບ ຕຸນາລົມ ໄດ້ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນເຖິງສະພາບການປ່ຽນແປງຂອງພູມສາດການເມືອງໂລກທີ່ສັບສົນ, ມີການແຂ່ງຂັນ ແລະ ຄວາມບໍ່ແນ່ນອນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດ ຂອງ ສປປ ລາວ. ຕໍ່ກັບສະພາບຄວາມບໍ່ຄ່ອງຕົວທາງດ້ານເສດຖະກິດ-ການເງິນ, ການຜັນຜວນ ຂອງລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟ, ການຈັດຕັ້ງປະຕິບັດມະຕິວ່າດ້ວຍເສດຖະກິດເອກະລາດເປັນເຈົ້າຕົນເອງ, ໂຄງການການເມືອງ ສະບັບທີ III ແລະ ການກະກຽມໃຫ້ແກ່ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈຶ່ງເປັນວາລະແຫ່ງຊາດທີ່ຮຽກຮ້ອງໃຫ້ທຸກພາກ ສ່ວນຕ້ອງບຸກບືນຜ່ານຜ່າ. ທ່ານຍັງໄດ້ຊີ້ແຈງຕື່ມວ່າ ຫົວຂໍ້ກອງປະຊຸມຄັ້ງນີ້ ແມ່ນແນໃສ່ລົງເລິກຄົ້ນຄວ້າ ເພື່ອຊອກໃຫ້ເຫັນທ່າແຮງ, ຂໍ້ຫຍຸ້ງຍາກ ແລະ ສ້າງແນວທາງໃນການຊຸກຍູ້ການຜະລິດພາຍໃນ ຕອບສະໜອງຄວາມຕ້ອງການໃນການພັດທະນາທ້ອງຖິ່ນໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ລະບົບໂຮງຮຽນພັກ ຕ້ອງໄດ້ສຸມໃສ່ເຮັດໜ້າທີ່ໃນການເປັນໃຈກາງທາງດ້ານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ. ທ່ານປະທານໄດ້ເນັ້ນໜັກເຖິງທິດຊີ້ນໍາຂອງ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ຮຽກຮ້ອງໃຫ້ລະບົບໂຮງຮຽນພັກຕ້ອງຫັນປ່ຽນຢ່າງແຂງແຮງ ຈາກການສິດສອນທີ່ເອົາອາຈານເປັນໃຈກາງ ໄປສູ່ຮູບແບບທີ່ຜູ້ສອນ ແລະ ຜູ້ຮຽນປະດິດສ້າງຄັງຄວາມຮູ້ຮ່ວມກັນ, ພາຍໃຕ້ຄໍາຂວັນທີ່ວ່າ: “ບໍ່ພຽງແຕ່ ສອນເພື່ອຮູ້ ແຕ່ຕ້ອງສອນເພື່ອປະຕິບັດ”. ບັນດາໂຮງຮຽນການເມືອງ ແລະ ການປົກຄອງ ຕ້ອງສຸມໃສ່ການຄົ້ນຄວ້າວິເຄາະ-ວິໄຈ ຈາກທີ່ເນັ້ນປະລິມານ ຫັນໄປສູ່ຄຸນນະພາບ ເພື່ອສາມາດໝູນໃຊ້ເຂົ້າໃນການແກ້ໄຂບັນຫາຕົວຈິງຂອງສັງຄົມ ແລະ ຊ່ວຍພະນັກງານນໍາພາ-ຄຸ້ມຄອງຂັ້ນຮາກຖານ ໃຫ້ສາມາດນໍາເອົາແນວທາງໄປຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ.

ສໍາລັບເນື້ອໃນກອງປະຊຸມ ແມ່ນໄດ້ລົງເລິກຄົ້ນຄວ້າ 11 ຫົວຂໍ້ຍ່ອຍ ທີ່ສ່ອງແສງໃຫ້ເຫັນຮູບປະທໍາ ຂອງຂະບວນການຜະລິດ ແລະ ການຄຸ້ມຄອງລັດ. ໃນວາລະພາກບ່າຍ, ໄດ້ມີການຈັດຕັ້ງການເສວະນາ ວິທະຍາສາດຢ່າງຟົດຟື້ນ ເຊິ່ງນໍາພາໂດຍ ທ່ານ ປອ ສີສົມພອນ ວົງພະຈັນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ. ໃນເວທີດັ່ງກ່າວ, ບັນດານັກວິທະຍາສາດໄດ້ຂຶ້ນນໍາສະເໜີບົດຄົ້ນຄ ວ້າທີ່ສໍາຄັນ ໃນເວລາທ່ານລະ 7 ນາທີ ເຊັ່ນ: ການຂຸດຄົ້ນລາຍຮັບເຂົ້າງົບປະມານຂອງລັດຕາມທິດເສດຖ ະກິດເອກະລາດເປັນເຈົ້າຕົນເອງ, ການພັດທະນາການທ່ອງທ່ຽວແບບຍືນຍົງຢູ່ແຂວງບໍລິຄໍາໄຊ, ການສົ່ງເສີມການປຸງແຕ່ງຜະລິດຕະພັນກະສິກຳເປັນສິນຄ້າຢູ່ແຂວງຊຽງຂວາງ, ການຄຸ້ມຄອງການຂຸດຄົ້ນປຸງແຕ່ງແຮ່ທາດ ຢູ່ແຂວງຫົວພັນ, ແລະ ການສົ່ງເສີມການຜະລິດກະສິກຳອິນຊີ ຢູ່ນະຄອນຫຼວງວຽງຈັນ. ການນໍາສະເໜີເຫຼົ່ານີ້ ໄດ້ເປີດໂອກາດໃຫ້ຄະນະພັກ, ຄະນະນໍາ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອຖອດຖອນບົດຮຽນທາງດ້ານຈຸດດີ, ຂໍ້ຫຍຸ້ງຍາກ ແລະ ຊອກຫາວິທີການແກ້ໄຂບັນຫາໃນພາກປະຕິບັດຕົວຈິງ. ພ້ອມນັ້ນ, ທ່ານ ປອ ອານຸພາບ ຕຸນາລົມ ຍັງໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ຕໍ່ບົດວິທະຍາສາດແຕ່ລະຫົວຂໍ້ ເພື່ອຮັບປະກັນຄວາມເລິກເຊິ່ງທາງດ້ານທິດສະດີ ແລະ ຄວາມສອດຄ່ອງທາງດ້ານແນວທາງ.

ນອກຈາກການຄົ້ນຄວ້າທາງດ້ານວິຊາການແລ້ວ, ທ່ານປະທານ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ຈົ່ງເພີ່ມທະວີການຊີ້ນໍາ, ສະໜັບສະໜູນທາງດ້ານງົບປະມານ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກທຸກດ້ານ ໃຫ້ແກ່ໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ເພື່ອໃຫ້ສາມາດບັນລຸພາລະບົດບາດໃນການບຳລຸງ-ກໍ່ສ້າງພະນັກງານຫຼັກແຫຼ່ງຂອງແຂວງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ ແລະ ມີຄວາມສາມາດໃນການບໍລິຫານລັດ.

ກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ ໄດ້ດຳເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ໃນຕອນທ້າຍຂອງກອງປະຊຸມ ໄດ້ມີພິທີມອບ-ຮັບໜ້າທີ່ການເປັນເຈົ້າພາບສໍາລັບກອງປະຊຸມປະຈຳປີ 2027 ໂດຍ ໄດ້ມອບກຽດດັ່ງກ່າວໃຫ້ແກ່ ນະຄອນຫຼວງວຽງຈັນ, ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ໄດ້ເປັນຕົວແທນຂຶ້ນກ່າວຮັບໜ້າທີ່ໃນການສືບຕໍ່ພາລະກິດອັນສໍາຄັນນີ້ໃນຊຸມປີຕໍ່ໄປ. ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຄັງຄວາມຮູ້ໃໝ່ໃຫ້ແກ່ພັກ-ລັດ ແຕ່ຍັງເປັນການຢັ້ງຢືນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວ ຂອງສະຖາບັນການເມືອງ ແລະ ການປົກຄອງແກ່ງຊາດ ກັບບັນດາອົງການປົກຄອງທ້ອງຖິ່ນ ໃນການຫັນເອົາແນວທາງນະໂຍບາຍຂອງພັກ ເຂົ້າສູ່ຊີວິດຕົວຈິງຢ່າງມີປະສິດທິຜົນ.

———————————–

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ: ປອ ສິນທອນ ແກ້ວຄຳແພງ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ