ເພື່ອເປັນການສືບຕໍ່ປະກອບປື້ມຕຳລາ ເຂົ້າໃນການຮຽນ-ການສອນ ທາງດ້ານທິດສະດີການເມືອງ ເພື່ອຝຶກຝົນແນວຄິດທິດສະດີອັນແຫຼມຄົມ ໃຫ້ແກ່ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ນັກສຶກສາທຸກຮຸ່ນທຸກລະບົບທີ່ສຶກສາຄົ້ນຄວ້າ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນຕອນເຊົ້າ ຂອງວັນທີ 8 ຕຸລາ 2026 ໄດ້ມີພິທີມອບ-ຮັບປຶ້ມ ແລະ ເອກະສານ ໂດຍການໃຫ້ກຽດມອບ ຂອງ ທ່ານ ຄໍາກອງ ທຳມະເທວາ, ກຳມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ກ່າວຮັບໂດຍ ທ່ານ ນ. ວະໄລລັກ ອະໄພ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.
ເອກະສານທີ່ນໍາມາມອບໃຫ້ແກ່
ຫໍສະໝຸດ ຂອງສະຖາບັນການເມືອງການປົກຄອງແຫ່ງຊາດ ໃນຄັ້ງນີ້ ມີຈຳນວນທັງໝົດເຖິງ 2.260 ຫົວ ເຊິ່ງລ້ວນແລ້ວແຕ່ເປັນເອກະສານທີ່ມີຄຸນຄ່າສູງທາງດ້ານປະຫວັດສາດ ແລະ ທິດສະດີການເມືອງ ຂອງພັກ ປະກອບມີ 4 ໝວດໃຫຍ່ ຄື
I. ໝວດເອກະສານ 3 ວັນປະຫວັດສາດ (ລວມທັງໝົດ 2.010 ຫົວ):
1. ປື້ມ 70 ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ ຈໍານວນ 500 ຫົວ.
2. ປື້ມ 70 ປີ ພາຍໃຕ້ການນໍາພາຂອງພັກ (ປື້ມຮູບພາບ) ຈໍານວນ 10 ຫົວ.
3. ປື້ມສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ກ່າວຢູ່ ສະໜາມຫຼວງ) ຈໍານວນ 500 ຫົວ.
4. ປື້ມສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນພິທີໂຮມຊຸມນຸມ ລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ກ່າວຢູ່ ຫໍປະຊຸມແຫ່ງຊາດ) ຈໍານວນ 500 ຫົວ. 5
5. ເອກະສານກອງປະຊຸມສໍາມະນາລະດັບຊາດ ລະນຶກວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຈໍານວນ 500 ຫົວ.
II. ໝວດເອກະສານ ບົດນິພົນເລືອກເຟັ້ນ ປະທານ ຄຳໄຕ ສີພັນດອນ (ລວມທັງໝົດ 160 ຫົວ):
ບົດນິພົນເລືອກເຟັ້ນ ເຫຼັ້ມ 1 ແລະ ເຫຼັ້ມ 2 ຈໍານວນ ເຫຼັ້ມລະ 80 ຫົວ.
III . ໝວດເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ (ລວມທັງໝົດ 60 ຫົວ):
1. ເອກະສານເຜີຍແຜ່, ອະທິບາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແບບຄໍາຖາມຄໍາຕອບ ຈໍານວນ 10 ຫົວ.
2. ເອກະສານຄູ່ມື ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແບບຄໍາຖາມ-ຄໍາຕອບ ຈໍານວນ 50 ຫົວ.
IV. ໝວດເອກະສານອົບຮົມໃຫ້ເປົ້າໝາຍຕ່າງໆ (ລວມທັງໝົດ 30 ຫົວ):
1. ເອກະສານຜັນຂະຫຍາຍ ບົດສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຕໍ່ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນການທູດລາວ ຄົບຮອບ 80 ປີ (ແບບຄໍາຖາມຄໍາຕອບ) ຈໍານວນ 10 ຫົວ.
2. ເອກະສານອົບຮົມສະມາຊິກພັກ ຈໍານວນ 10 ຫົວ.
3. ເອກະສານອົບຮົມມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຈໍານວນ 10 ຫົວ.
ການມອບຮັບເອກະສານໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ແມ່ນການຍົກລະດັບພື້ນຖານທາງດ້ານທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ໃຫ້ກາຍເປັນພຶດຕິກຳຕົວຈິງ. ໃນໄລຍະໃໝ່ຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກເຮົາຍາມໃດກໍຖືສໍາຄັນໃນການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ. ການນໍາເອົາປື້ມປະຫວັດສາດອັນສະຫງ່າງາມ 70 ປີຂອງພັກ, ບົດນິພົນຂອງຜູ້ນຳຮຸ່ນກ່ອນ ແລະ ເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ມາເປັນບ່ອນອີງໃນການຄົ້ນຄວ້າ ແມ່ນປັດໄຈຕັດສິນຊີ້ຂາດ ເຖິງຄຸນນະພາບ ຂອງພະນັກງານ ແລະ ການເຕີບໃຫຍ່ເຂັ້ມແຂງ ຂອງພັກ.
ນອກຈາກນີ້, ການສະໜອງເອກະສານອົບຮົມສະມາຊິກພັກ ແລະ ມະຫາຊົນຜູ້ກ້າວໜ້າ ຍັງເປັນ
ການສ້າງຮາກຖານທີ່ໜັກແໜ້ນ ໃນການຂະຫຍາຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການສືບທອດພາລະກິດປະຕິວັດຢ່າງມີໄຊ. ເອກະສານເຫຼົ່ານີ້ ຈະກາຍເປັນເຂັມທິດເຍືອງທາງໃຫ້ແກ່ຖັນແຖວພະນັກງານ ໃນການກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ, ຕ້ານຄືນທຸກກົນອຸບາຍຫັນປ່ຽນ ໂດຍສັນຕິ ຂອງກຳລັງປໍລະປັກ ແລະ ເປັນແຫຼ່ງຂໍ້ມູນອັນລໍ້າຄ່າໃນການສ້າງບຸກຄະລາກອນ ທີ່ຈົ່ງຮັກພັກດີ ຕໍ່ອຸດົມການ ຂອງພັກຢ່າງແທ້ຈິງ.
ໃນຕອນທ້າຍ ຂອງພິທີ, ທ່ານ ນ. ວະໄລລັກ ອະໄພ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ຄະນະພັກ ແລະ ກົມອົບຮົມ ທີ່ໄດ້ເລັງເຫັນຄວາມສໍາຄັນຂອງວຽກງານການສຶກສາອົບຮົມທາງດ້ານທິດສ ະດີ. ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາປື້ມ ແລະ ເອກະສານອັນລໍ້າຄ່າທັງ 2.260 ຫົວນີ້ ໄປຄຸ້ມຄອງ, ປົກປັກຮັກສາຢ່າງດີ ແລະ ຊຸກຍູ້ສົ່ງເສີມໃຫ້ພະນັກງານ, ຄູອາຈານ ຕະຫຼອດຮອດນັກສຶກສາ ໄດ້ນໍາໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນຢ່າງເປັນຂະບວນຟົດຟື້ນ ເພື່ອຫັນເອົາມະຕິ, ຄໍາສັ່ງ ແລະ ທິດສະດີ ຂອງພັກ ເຂົ້າສູ່ຊີວິດການເມືອງຕົວຈິງ ໃຫ້ເກີດດອກອອກຜົນຢ່າງຈົບງາມ.
—————-
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
