ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີເຊື່ອມຊຶມ ເອກະສານມູນເຊື້ອການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ.
ໃນຕອນແລງວັນທີ 18 ກຸມພາ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ( ວັນທີ 1 ກຸມພາ 1956-1 ກຸມພາ2026) ເອກະສານສະຫຼຸບຖອດຖອນບົດຮຽນຜູ້ຄຸ້ມຄອງບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ແລະບັນດາແຂວງປະຈໍາປີ 2025 ແລະທິດທາງແຜນການປີ 2026, ເອກະສານການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ…
