ກົມຈັດຕັ້ງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຝຶກອົບຮົມເພື່ອຍົກສູງຂີດ ຄວາມສາມາດວຽກງານຈັດຕັ້ງໃນການສ້າງພັກ-ພະນັກງານ ໃຫ້ເຂັ້ມແຂງໃນໄລຍະໃໝ່
ວຽກງານ “ຈັດຕັ້ງ-ພະນັກງານ” ຖືເປັນກົນໄກທີ່ມີຄວາມສຳຄັນສູງສຸດ ໃນການກຳນົດຊະຕາກຳ ແລະຄວາມເຂັ້ມແຂງຂອງລະບົບການເມືອງ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ, ກົມຈັດຕັ້ງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດຊຸດຝຶກອົບ ຮົມວຽກງານຈັດຕັ້ງ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 4ວັນ (ແຕ່ວັນທີ 10-13 ກຸມພາ 2026) ທີ່ຣີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໃຫ້ກຽດປັນປະທານ ແລະໃຫ້ທິດຊີ້ນຳຢ່າງໃກ້ຊິດ ຂອງ…
