ວຽກງານ “ຈັດຕັ້ງ-ພະນັກງານ” ຖືເປັນກົນໄກທີ່ມີຄວາມສຳຄັນສູງສຸດ ໃນການກຳນົດຊະຕາກຳ ແລະຄວາມເຂັ້ມແຂງຂອງລະບົບການເມືອງ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ, ກົມຈັດຕັ້ງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດຊຸດຝຶກອົບ ຮົມວຽກງານຈັດຕັ້ງ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ.
ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 4ວັນ (ແຕ່ວັນທີ 10-13 ກຸມພາ 2026) ທີ່ຣີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໃຫ້ກຽດປັນປະທານ ແລະໃຫ້ທິດຊີ້ນຳຢ່າງໃກ້ຊິດ ຂອງ ທ່ານ ຮສ ປອ ດາວສະ ຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ.

ການຝຶກອົບຮົມຄັ້ງນີ້ບໍ່ແມ່ນພຽງແຕ່ການຖ່າຍທອດຄວາມຮູ້ທາງເຕັກນິກເທົ່ານັ້ນ, ແຕ່ແມ່ນການ “ຕີເຫຼັກໃນເວລາກຳລັງຮ້ອນ” ເພື່ອສ້າງພະນັກງານຈັດຕັ້ງໃຫ້ກາຍເປັນເສົາຄ້ຳທີ່ໜັກແໜ້ນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານທີ່ມາຈາກບັນດາກົມ, ຫ້ອງການ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງວຽງຈັນ. ໄດ້ຮຽນຮູ້ກ່ຽວກັບ 7ຫົວຂໍ້ຍຸດທະສາດທີ່ກ້ຽວພັນກັບບັນຫາພື້ນຖານຂອງການສ້າງພັກ-ພະນັກງານ; ເນື້ອໃນທີ່ນຳມາຝຶກອົບຮົມລ້ວນແຕ່ແມ່ນບັນ ຫາທີ່ມີລັກສະນະເປັນຕາຍຂອງພັກ:
- ວຽກງານຄຸ້ມຄອງພະນັກງານ: ເນັ້ນການກຳແນວທາງສ້າງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ;
- ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ: ເພື່ອຮັບປະກັນລັກສະນະສືບທອດ ແລະຄວາມຕໍ່ເນື່ອງຂອງການນຳ ພາ;
- ການຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ: ສຸມໃສ່ການສ້າງ “ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ”;
- ວຽກງານປ້ອງກັນພັກ-ພະນັກງານ: ເພື່ອຕ້ານກັບທຸກກົນອຸບາຍຫັນປ່ຽນໂດຍສັນຕິ ແລະປົກປ້ອງຄວາມບໍລິສຸດຜຸດຜ່ອງຂອງແຖວການພະນັກງານ;
- ທິດສະດີຈັດຕັ້ງ ແລະໂຄງຮ່າງ: ເພື່ອໃຫ້ກົງຈັກມີຄວາມກະທັດຮັດ ແຕ່ມີປະສິດທິພາບສູງ;
- ການຂະຫຍາຍພັກໄລຍະໃໝ່: ເນັ້ນດ້ານຄຸນນະພາບຫຼາຍກວ່າປະລິມານ;
- ການຄຸ້ມຄອງເອກະສານ: ເພື່ອຄວາມເປັນເອກະພາບ ແລະເປັນລະບົບໃນການບໍລິຫານງານພັກ.
ຜ່ານການເຮັດວຽກຢ່າງຕັ້ງໜ້າເປັນເວລາ 28ຊົ່ວໂມງ, ວິທະຍາກອນລະດັບສູງຈາກຄະນະຈັດຕັ້ງສູນກາງພັກ ໄດ້ຖ່າຍທອດທັງທິດສະດີ ແລະພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ນັກສຳມະນາກອນໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ, ເຮັດໃຫ້ເຫັນໄດ້ທັງດ້ານດີທີ່ຕ້ອງເສີມຂະຫຍາຍ ແລະດ້ານຄົງຄ້າງທີ່ຕ້ອງໄດ້ປັບປຸງ ເຖິງຢ່າງໃດກໍຕາມ ໃນການ ຈັດຕັ້ງປະຕິບັດຕົວຈິງຍັງມີສິ່ງທ້າທາຍເຊັ່ນ: ເວລາທີ່ມີຈຳກັດທຽບກັບເນື້ອໃນທີ່ກວ້າງຂວາງ ແລະຄວາມຕ້ອງການໃນການລົງເລິກວຽກງານພະນັກງານໃຫ້ຊັດເຈນຕື່ມອີກ.



ໃນພິທີປິດ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມນຳເອົາບົດຮຽນເຫຼົ່ານີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ ເຊິ່ງຜົນສຳເລັດຂອງຊຸດຝຶກອົບຮົມຄັ້ງນີ້ ບໍ່ໄດ້ວັດແທກພຽງແຕ່ໃບຢັ້ງຢືນ, ແຕ່ແມ່ນຜົນສຳເລັດໃນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມ “ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ”.ນີ້ຄືບາດກ້າວອັນສຳ ຄັນທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສມປຊ ໃນການສ້າງພະນັກງານຈັດຕັ້ງໃຫ້ມີຄວາມຮູ້, ຄວາມສາມາດ ແລະຄວາມຈົ່ງຮັກພັກດີ ເພື່ອເປັນກຳລັງແຮງໃຫ້ແກ່ການພັດທະນາປະເທດຊາດຕາມທິດທາງສັງຄົມນິຍົມ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
