ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການອອກແຮງງານຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ
ໃນວັນທີ 4 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສ້າງຂະບວນການອອກແຮງງານລວມທົ່ວ ສມປຊ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ທີ່ຈະມາເຖິງໃນມໍ່ໆນີ້ ເຊິ່ງເປັນເຫດການ ທີ່ສຳຄັນ ຂອງ ສມປຊ. ການອອກແຮງງານໄດ້ສຸມໃສ່ການຕັດຫຍ້າເດີ່ນກິລາ, ຕັດຫຍ້າຂອບເຂດຮັບຜິດຊອບ ຂອງແຕ່ລະພາກສ່ວນ ພາຍໃນ ສມປຊ ພ້ອມທັງມີການປັດກວາດຕາມຂອບເຂດລຽບຕາມເສັ້ນທາງ ພາຍໃນ ສມປຊ…
