ໃນລະຫວ່າງວັນທີ 27 ກຸມພາ ຫາ 10 ມີນາ 2026 ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 4) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສືບຕໍ່ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ; ໃນນັ້ນ, ໄດ້ພົບປະເຮັດວຽກກັບຄະນະພັກ-ອຳນາດການປົກຄອງບ້ານ ແລະ ໜ່ວຍງານຕ່າງໆຂອງບ້ານ ຊຶ່ງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງແຕ່ລະໜ່ວຍງານ ຕາມ 4 ເນື້ອໃນ 4 ຄາດໝາຍ ເປັນຕົ້ນແມ່ນແລກປ່ຽນບົດຮຽນກັບຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ແນວໂຮມ ແລະ ອົງການຈັດຕັ້ງມະຫາ ຊົນຂອງບ້ານ, ໜ່ວຍງານເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບ້ານ, ໄດ້ຈັດຕັ້ງໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ກົດໝາຍ ແລະ ລະ ບຽບການຕ່າງໆໂດຍຜ່ານໂທລະໂຄ່ງກະຈາຍສຽງຂອງບ້ານ ໃນທຸກໆຕອນເຊົ້າ, ໄດ້ປັບປຸງປ້າຍບ້ານ, ປ້າຍທາງເຂົ້າຫ້ອງການບ້ານ, ປ້າຍຫ້ອງການບ້ານ ແລະ ປ້າຍທາງຮ່ອມ ຂອງບ້ານ 8 ຮ່ອມ, ໄດ້ສຳເລັດການຕິດຕັ້ງດອກໄຟຟ້າແສງຕາເວັນ (ໂຊລາເຊວ) ໃສ່ຫ້ອງການບ້ານ​ (ໄດ້ຮັບການສະໜັບສະໜູນຈາກຮ້ານຂາຍລົດໄຖນາຄູໂບຕ້າ ເມືອງຕຸ້ມລານ, ແຂວງສາລະວັນ), ປັບປຸງເດີນຫ້ອງການບ້ານ (ເທຫີນ) ໂດຍແມ່ນການປະກອບສ່ວນທາງດ້ານວັດຖຸ ແລະ ຈິດໃຈຂອງອ້າຍນ້ອງພາຍໃນໜ່ວຍ 4 ຫ້ອງ ຂ, ເຄື່ອນໄຫວສໍາຫຼວດຊົນລະປະທານຝາຍນໍ້າລົ້ນ (ນໍ້າຕົງ) ທີ່ເປັນທ່າແຮງໃນການສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງຂອງບ້ານ, ສົມທົບກັບຄະນະບ້ານ ປຸກລະດົມປະຊາຊົນ ສ້າງຂະບວນການອອກແຮງງານລວມພາຍໃນຂອບເຂດຂອງບ້ານ ໄດ້ 01 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 101 ຄົນ, ຍິງ 60 ຄົນ.

ພິເສດ, ໃນຕອນເຊົ້າຂອງວັນທີ 06 ມີນາ 2026 ທີ່ວັດບ້ານນາມົນ ຄະນະນັກສຶກສາ ໄດ້ຕ້ອນ ຮັບການລົງຕິດຕາມຊຸກຍູ້ຂອງຄະນະຊີ້ນຳການລົງກໍ່ສ້າງຮາກຖານການເມືອງ ນຳພາໂດຍທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສຸນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ທອງດຳ ສີວິໄລລັກ ຮອງເລຂາຄະນະພັກເມືອງ, ປະທານຄະນະກຳມະການປົກຄອງເມືອງເຟືອງ, ເຂົ້າຮ່ວມມີຄະນະພັກ-ອຳນາດການປົກຄອງບ້ານ, ຄູອາຈານ, ນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XXI ທີ່ລົງກໍ່ສ້າງຮາກຖານການເມືອງຢູ່ບ້ານດັ່ງກ່າວ ຊຶ່ງກອງປະຊຸມໄດ້ຮັບຟັງການລາຍງານຈາກຕາງໜ້າຄະນະນັກສຶກສາ, ການປະກອບຄຳເຫັນຈາກອາຈານຊີ້ນຳ, ຄຳເຫັນຈາກນາຍບ້ານໆນາມົນ, ຊຶ່ງໃນຕອນທ້າຍ ທ່ານຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ກໍຄືທີມງານກໍ່ສ້າງຮາກຖານການເມືອງ ສືບຕໍ່ຈັດຕັ້ງປະຕິບັດຕາມແຜນການກຳນົດໄວ້ ຕິດພັນກັບການຕິດຕາມ ກວດກາ ໂດຍມີການປະສານສົມທົບກັບບ້ານໃນແຕ່ລະໜ້າວຽກ ເປັນປົກກະຕິ ເປັນຕົ້ນແມ່ນເຜີຍແຜ່ນິຕິກຳ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຜ່ານເອກະສານ, ໂປດສະເຕີ, ໂທລະໂຄ່ງບ້ານ ແລະ ສື່ອື່ນໆ, ມີການແລກປ່ຽນບົດຮຽນ ປຶກ ສາຫາລື ແນະນຳດ້ານວິຊາການໃຫ້ແກ່ບ້ານ, ເອົາໃຈໃສ່ເກັບກໍາຂໍ້ມູນແຕ່ລະດ້ານຂອງບ້ານ ເພື່ອເປັນບົດຮຽນໃນການສຶກສາຄົ້ນຄວ້າ, ພ້ອມທັງເປັນການເກັບກຳສະຖິຕິ-ສະໜອງຂໍ້ມູນໃຫ້ບ້ານ, ເມືອງ ໃນຕໍ່ໜ້າ, ຊຶ່ງເພິ່ນໄດ້ເນັ້ນໜັກຕື່ມວ່າ: “ນັກຄົ້ນຄວ້າ ຄວນຮູ້ຕັ້ງຄໍາຖາມ ແລະ ຊອກຫາຄຳຕອບດ້ວຍຕົນເອງ ເພື່ອນຳເອົາບົດຮຽນຢູ່ຮາກຖານ ໄປພັດທະນາຕົນເອງ ແລະ ທັງເປັນທິດໃຫ້ແກ່ທ້ອງຖິ່ນຮາກຖານເພື່ອຈັດຕັ້ງປະຕິບັດໃຫ້ດີຂຶ້ນໃນຕໍ່ໜ້າ”.

ນອກຈາກນັ້ນ, ຄະນະທີມງານລົງກໍ່ສ້າງຮາກຖານການເມືອງ ຍັງໄດ້ເຄື່ອນໄຫວຢ້ຽມຢາມຄອບຄົວພະນັກງານປະຕິວັດອາວຸໂສບໍານານ ຂອງບ້ານ ເພື່ອເກັບກໍາປະຫວັດຄວາມເປັນມາຂອງບ້ານ, ຊຸກຍູ້ຈິດໃຈ ແລະ ໃຫ້ກຳລັງໃຈແກ່ຄອບຄົວດັ່ງກ່າວອີກດ້ວຍ.

ຂ່າວ/ພາບ: ທີມງານລົງກໍ່ສ້າງຮາກຖານການເມືອງ ທີ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ