ພິທີມອບ-ຮັບໜ້າທີ່ໃໝ່ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະຜູ້ໃໝ່
ໃນວັນທີ 29 ສີງຫາ 2025 ທີ່ຜ່ານມາໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ: ທ່ານ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ, ປະທານຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງຂັ້ນແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງກໍ່ໄດ້ເຂົ້າຮ່ວມ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສືກສາພາຍໃນໂຮງຮຽນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດຽວກັນນີ້ ທ່ານ ປອ.…
