ໃນຕອນເຊົ້າວັນທີ 20 ມີນາ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ: ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ພ້ອມນີ້, ຍັງມີຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ການປະກາດການຈັດຕັ້ງໃນຄັ້ງນີ້ ແມ່ນບາດກ້າວສຳຄັນໃນການປັບປຸງ ແລະບູລະນະກົງຈັກການຈັດຕັ້ງຂອງ ສມປຊ ໃຫ້ມີຄວາມໜັກແໜ້ນ ແລະເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ໃນພິທີ, ທ່ານ ປທ ນ. ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ແລະຂໍ້ຕົກລົງຂອງຫົວໜ້າ ສມປຊ ວ່າດ້ວຍການແຕ່ງຕັ້ງ ແລະໂຍກຍ້າຍພະນັກງານ ດັ່ງນີ້:

  1. ທ່ານ ປອ ຄຳຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ໄດ້ຮັບການແຕ່ງຕັ້ງໃຫ້ໄປປະຈຳການ ແລະດຳລົງຕຳແໜ່ງເປັນຫົວໜ້າຄະນະບໍລິຫານສາດ.

2. ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ໄດ້ຮັບການໂຍກຍ້າຍໄປປະຈຳການຢູ່ກົມຄຸ້ມຄອງການຮຽນ-ການສອນ ແລະແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ

3. ທ່ານ ປທ ຄຳຫຼ້າ ທອງພະຈັນ ພະນັກງານວິຊາການ ພະແນກຄົ້ນຄວ້າ-ສັງລວມ ແຕ່ງຕັ້ງເປັນຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ.

         ໃນຕອນທ້າຍຂອງພິທີ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄດ້ໃຫ້ກຽດໂອ້ລົມ ແລະເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະໂຍກຍ້າຍໃນຄັ້ງນີ້ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະເປັນຄັນທຸງໜ້າໃນການສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ. ທ່ານໄດ້ເນັ້ນໃຫ້ເຫັນວ່າ ການປັບປຸງບຸກຄະລາກອນແມ່ນແນໃສ່ເຮັດໃຫ້ວຽກງານການຮຽນ-ການສອນ, ການຄົ້ນຄວ້າທິດສະດີການເມືອງ ແລະການບໍລິຫານຂອງສະຖາບັນໃຫ້ມີຄວາມທັນສະໄໝ ແລະສາມາດສ້າງພະນັກງານສືບທອດທີ່ມີຄຸນນະພາບ ໃຫ້ແກ່ປະເທດຊາດ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ