ໃນຕອນບ່າຍ ຂອງວັນທີ 25 ມີນາ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານ ການໂຄສະນາ-ປາຖະກະຖາ ວັນນັກຮົບເສຍອົງຄະ ແລະເສຍຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 – 21 ມີນາ 2026) ແລະເອກະສານໂຄສະນາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ( 22/03/1955 – 22/03/2026) ໃຫ້ກຽດເປັນປະທານ ໂດຍທ່ານ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂັ້ນກາງ ຮຸ່ນ V ເຂົ້າຮ່ວມທັງໝົດ 71 ສະຫາຍ, ຍິງ 24 ສະຫາຍ.

ໃນພິທີດັ່ງກ່າວ ຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານຄໍາແນະນໍາ ຂອງອົງຄະນະພັກແຂວງ ສະບັບເລກທີ 02/ຄປພຂ, ຊຽງຂວາງ, ລົງວັນທີ 12 ມີນາ 2026 ເລື່ອງ: ການຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ດັ່ງນັ້ນ, ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກໍໄດ້ຜ່ານເອກະສານການໂຄສະນາ-ປາຖະກະຖາ ວັນນັກຮົບເສຍອົງຄະ ແລະເສຍຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 – 21 ມີນາ 2026)  ເຊິ່ງໄດ້ໃຫ້ຮູ້ສະພາບການ ແລະການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະປະຊາຊົນ ຢູ່ເມືອງທ່າແຂກ ແລະຄວາມໝາຍຄວາມສໍາຄັນ ຂອງບັ້ນຮົມປ້ອງກັນຕົວເມືອງທ່າແຂກ ແລະ ທ່ານ ເພັດສະ  ໝອນ ດວງປະເສີດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກໍໄດ້ຜ່ານເອກະສານໂຄສະນາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22/ 03/1955 -22/03/2026) ເຊິ່ງໄດ້ໃຫ້ຮູ້ຂະບວນວິວັດແຫ່ງການກໍາເນີດ ຂອງພັກປະຊາຊົນລາວ, 70 ປີແຫ່ງການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະເສີມຂະຫຍາຍມູນເຊື້ອທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ.

ໃນຕອນທ້າຍພິທີ ທ່ານປະທານ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ພະນັກງານຄູ-ອາຈານ ແລະນັກສຶກສາ ຕ້ອງກໍາໃຫ້ໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ ແລະເປັນແບບແຜນວິທີທີ່ຈັດຕັ້ງປະຕິບັດໃນກົມກອງ, ພະແນກການ ແລະທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບສູງໃນຕໍ່ໜ້າ ເພື່ອໃຫ້ມີຄວາມໝາຍເລິກເຊິ່ງ, ກວ້າງຂວາງ ແລະ ບັນລຸຕາມຄາດໝາຍ.

ຂ່າວ/ພາບ: ນ. ຄໍາເພັດ ບຸນນະຈັນ

(ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)

                                    ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ