ໃນຕອນເຊົ້າຂອງວັນທີ 24 ມີນາ 2026, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານ ງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ, ຄະນະນຳ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ເຂົ້າສູ່ວຽກງານຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຖິງວ່າສະພາບແວດລ້ອມທາງດ້ານເສດຖະກິດ-ການເງິນ ຈະມີຄວາມຫຍຸ້ງຍາກ, ແຕ່ພະນັກງານ ແລະ ຄູ-ອາຈານພາຍໃນສູນ ຍັງຄົງຮັກສາໄດ້ທັດສະນະຫຼັກໝັ້ນທາງດ້ານການເມືອງ, ອຸ່ນອ່ຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ ສາມາດຍາດໄດ້ຜົນງານພົ້ນເດັ່ນໃນປີ 2025 ລວມມີ: ການບໍລິການຢືມ-ສົ່ງປຶ້ມບັນລຸໄດ້ 7.705 ເທື່ອຄົນ ເຊິ່ງລື່ນຄາດໝາຍທີ່ວາງໄວ້ເຖິງ 54,1%; ວຽກງານວາລະສານສາມາດຈັດພິມໄດ້ 12 ສະບັບ ຕາມແຜນການ 100% ແລະ ວຽກງານຂ່າວສານໄດ້ລົງເກັບກຳຂ່າວການເຄື່ອນໄຫວສຳຄັນຕ່າງໆເຖິງ 162 ຄັ້ງ. ສຳລັບທິດທາງປີ 2026, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ກໍໄດ້ມີເປົ້າໝາຍສ້າງຕົນເອງໃຫ້ກາຍເປັນຄັງສາງຂໍ້ມູນຂ່າວສານທາງດ້ານການເມືອງ-ການປົກຄອງທີ່ອຸດົມສົມບູນ, ພ້ອມທັງສະເໜີຂໍອຸປະກອນ ແລະ ບຸກຄະລາກອນດ້ານ IT ເພື່ອມາພັດທະນາລະບົບໃຫ້ທັນສະໄໝ.







ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມແລກປ່ຽນບົດຮຽນຢ່າງກົງໄປກົງມາ. ບາດກ້າວສຳຄັນໃນການສົນທະນາ ແມ່ນການຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກໃນການບໍລິການ, ການປັບປຸງໂຄງຮ່າງບົດວາລະສານໃຫ້ແທດເໝາະ , ລວມເຖິງການຄົ້ນຄວ້າປັບລາຄາວາລະສານ ຫຼື ການຫັນໄປສູ່ການຂາຍແບບອອນລາຍ ເພື່ອຫຼຸດຜ່ອນຕົ້ນທຶນການຈັດພິມທີ່ສູງຂຶ້ນໃນປັດຈຸບັນ.



ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ປະທານທີ່ປະຊຸມ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳວຽກງານຈຸດສຸມ. ທ່ານໄດ້ຕີລາຄາສູງຕໍ່ການດຳເນີນກອງປະຊຸມເຄິ່ງວັນຄັ້ງນີ້ ທີ່ໄດ້ແລກປ່ຽນບົດຮຽນໃນຫຼາຍບັນຫາທີ່ປິ່ນອ້ອມວຽກງານຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ທ່ານໄດ້ຍ້ອງຍໍສູນຂໍ້ມູນຂ່າວສານ ສມປຊ ທີ່ປັດຈຸບັນກ້າວຂຶ້ນມາຢູ່ແຖວໜ້າຂອງປະເທດ ດ້ວຍການໂຮມຫໍສະໝຸດເຂົ້າກັນຈົນມີປຶ້ມຫຼາຍກວ່າ 10.000 ລາຍການ. ຢ່າງໃດກໍຕາມ, ທ່ານຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍ ເຊັ່ນ: ງົບປະມານການລົງທຶນໃສ່ພື້ນຖານໂຄງລ່າງທີ່ຍັງຈຳກັດ ແລະ ບຸກຄະລາກອນດ້ານໄອທີຍັງມີໜ້ອຍ.
ເພື່ອສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ທ່ານປະທານໄດ້ຊີ້ນຳໃຫ້ຈັດຕັ້ງປະຕິບັດວຽກງານຈຸດສຸມດັ່ງນີ້:
1). ການຫັນເປັນທັນສະໄໝ (Digitalization): ເນັ້ນການຫັນການບໍລິການຂໍ້ມູນຂ່າວສານໃຫ້ໄປຕາມທິດທັນສະໄໝເພື່ອໃຫ້ທັນກັບໂລກ , ໂດຍສະເພາະການສ້າງລະບົບເກັບກຳຂໍ້ມູນນັກສຶກສາໃຫ້ເປັນລະບົບ Digital ເພື່ອງ່າຍຕໍ່ການກວດສອບ.
2). ຍົກລະດັບມາດຕະຖານສາກົນ: ວຽກງານວາລະສານຕ້ອງປັບປຸງໂຄງສ້າງໃຫ້ໄດ້ມາດຕະຖານສາກົນ (ມີບົດຄັດຫຍໍ້ພາສາອັງກິດ), ຍົກລະດັບໃຫ້ໄດ້ມາດຕະຖານ ISSN ແລະ ພິຈາລະນາການບໍລິການຜ່ານເວັບໄຊແບບເກັບຄ່າທຳນຽມ (E-Journal).
3). ການບໍລິຫານ ແລະ ການສະໜອງຂໍ້ມູນ: ໃຫ້ປັບປຸງລະບົບການຄຸ້ມຄອງຫໍສະໝຸດ, ເພີ່ມບົດສະຫຼຸບຫຍໍ້ເຂົ້າໃນລະບົບ ແລະ ຊອກຫາແຫຼ່ງປຶ້ມໃໝ່ໆທີ່ກ່ຽວຂ້ອງກັບທິດສະດີການປົກຄອງ ໂດຍສະເພາະຈາກປະເທດຈີນ ແລະ ຫວຽດນາມ. ພ້ອມທັງສະເໜີໃຫ້ຂຽນໂຄງການລົງທຶນຂອງລັດຂະໜາດນ້ອຍ (ປະມານ 400-500 ລ້ານກີບ) ເພື່ອປັບປຸງອຸປະກອນ IT.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
