ໃນຕອນເຊົ້າຂອງວັນທີ 25 ມີນາ 2026, ຢູ່ທີ່ວິທະຍາຄານສັນຕິບານປະຊາຊົນ ໄດ້ມີການເປີດກອງປະຊຸມສຳມະນາວິທະຍາສາດ 5 ຝ່າຍ ຂຶ້ນຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍທາງດ້ານການເມືອງອັນເລິກເຊິ່ງ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ 5 ການນຳຂັ້ນສູງ ຄື:
- ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).
- ທ່ານ ພົຈວ ປອ ບຸນຊະນະ ສິມມາລາວົງ ຫົວໜ້າວິທະຍາຄານສັນຕິບານປະຊາຊົນ (ວສປ).
- ທ່ານ ພົຕ ພັນແສງ ບຸນພັນ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ).
- ທ່ານ ພົຈວ ປອ ໂອໄດ ທິລັນດາ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ (ວຕປ).
- ທ່ານ ພົຈວ ປອ ສຸນິລັນດອນ ກຸນລະວົງ ຫົວໜ້າວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ).

ໃນກອງປະຊຸມໄດ້ມີພິທີເຊັນບົດບັນທຶກຮ່ວມມືສະບັບປັບປຸງ ປີ 2025 ລະຫວ່າງ 5 ພາກສ່ວນ ຄື: ວສປ, ສມປຊ, ວປກ, ວຕປ ແລະ ວກປສ, ເຊິ່ງເປັນການສ້າງກົນໄກການປະສານງານທີ່ແໜ້ນແຟ້ນຍິ່ງຂຶ້ນໃນຕໍ່ໜ້າ.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ຍຸດທະສາດ: “ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ ຢູ່ ສປປ ລາວ” ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 210 ທ່ານ, ນີ້ຖືເປັນເຫດການການເມືອງທີ່ສຳຄັນ ເພື່ອຂໍ່ານັບຊົມເຊີຍຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ຜົນສຳເລັດ ຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ.
ກອງປະຊຸມໄດ້ເນັ້ນໜັກຢ່າງຈະແຈ້ງວ່າ ຄວາມສະຫງົບ ແລະ ສະຖຽນລະພາບທາງດ້ານການເມືອງ ແມ່ນພື້ນຖານທີ່ຕັດສິນແຫ່ງການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ. ໃນເງື່ອນໄຂໃໝ່ທີ່ສະພາບການຂອງໂລກມີການຜັນແປຢ່າງສະຫຼັບສັບຊ້ອນ, ບັນດາອິດທິກຳລັງປໍລະປັກໄດ້ຫັນປ່ຽນກົນອຸບາຍຈາກການນຳໃຊ້ກຳລັງທະຫານ ມາເປັນການນຳໃຊ້ວິທີການທາງເສດຖະກິດ, ສັງຄົມ, ຈິດຕະສາດ ແລະ ສວຍໃຊ້ເຕັກໂນໂລຊີອັນທັນສະໄໝ ເພື່ອຫວັງຫັນປ່ຽນໂດຍສັນຕິ ແລະ ສ້າງຄວາມບໍ່ສະຫງົບ. ດັ່ງນັ້ນ, ການຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ພະນັກງານ ແລະ ກຳລັງປະກອບອາວຸດ ຈຶ່ງແມ່ນຄວາມຈຳເປັນຮີບດ່ວນ ແລະ ຂາດບໍ່ໄດ້.
ນັກວິທະຍາສາດໄດ້ຜ່ານບົດ ແລະ ຜູ້ແທນກອງປະຊຸມ ໄດ້ຂຶ້ນປະກອບຄໍາເຫັນຢ່າງກົງໄປກົງມາ ໂດຍໄດ້ຊີ້ໃຫ້ເຫັນສາຍພົວພັນສັດຈະວິພາກ ລະຫວ່າງການພັດທະນາເສດຖະກິດ ແລະ ວຽກງານ ປກຊ-ປກສ. ກອງປະຊຸມໄດ້ເປັນເອກະພາບກັນໃນຫຼາຍທັດສະນະ ຄື:









1. ເພີ່ມທະວີວຽກງານກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃນສະພາບການໃໝ່: ນຳສະເໜີໂດຍ ພັອ ປອ ບຸນລັນ ວົງພະຈັນ (ວສປ).
2. ສົມທົບພັດທະນາບາງຂະແໜງການທີ່ສຳຄັນ ຕິດພັນກັບວຽກງານປ້ອງກັນຊາດ: ນຳສະເໜີໂດຍ ພັອ ປອ ສີພອນ ພົງສະຫວັດ (ວປກ).
3. ພັດທະນາເສດຖະກິດ ຕິດພັນກັບວຽກງານ ປກຊ-ປກສ ຢູ່ ສປປ ລາວ: ນຳສະເໜີໂດຍ ປອ ນາງ ຄຳແພນ ເພັງພັກດີ (ສມປຊ).
4. ເພີ່ມທະວີການກວດກາລາດຕະເວນພື້ນທີ່ຍຸດທະສາດຂອງກຳລັງປະກອບອາວຸດ ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດສັງຄົມ: ນຳສະເໜີໂດຍ ພັທ ປທ ສົມບູນ ແສນດາລາ (ວຕປ).
5. ເສີມຂະຫຍາຍແນວທາງການຕ່າງປະເທດ ຕິດພັນກັບການປົກປ້ອງເອກະລາດ ອະທິປະໄຕ ຂອງຊາດ: ນຳສະເໜີໂດຍ ປອ ສີສົມພອນ ວົງພະຈັນ (ສມປຊ).
6. ປະສານສົມທົບລະຫວ່າງເຈົ້າໜ້າທີ່ຕຳຫຼວດສືບສວນສອບສວນ ກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂການໂຄສະນາຜ່ານສື່ສັງຄົມອອນລາຍທີ່ຜິດກົດໝາຍ: ນຳສະເໜີໂດຍ ພັທ ປອ ຄຳໝັ້ນ ສີສົມບັດ (ວຕປ).
7. ສົມທົບພັດທະນາເຂດຊາຍແດນດີນຕໍ່ແຜ່ນທາງທິດຕາເວັນຕົກ ຕິດພັນກັບວຽກງານປ້ອງກັນຊາດ: ນຳສະເໜີໂດຍ ພັທ ປທ ສົມຈິດ ສົມລືໄທ (ວປກ).
8. ວຽກງານປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ: ນຳສະເໜີໂດຍ ພັອ ປທ ຄຳດອນ ຈັນທະວົງ (ວສປ).



ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຜົນຂອງການຄົ້ນຄວ້າ ໄດ້ປະກອບ ສ່ວນຢ່າງໃຫຍ່ຫຼວງໃນການເພີ່ມທະວີຄັງສາງທິດສະດີຂອງພັກໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ, ກາຍເປັນເຂັມທິດຊີ້ທາງໃຫ້ແກ່ການສະຫຼຸບພຶດຕິກຳ ແລະ ຍົກສູງປະສິດທິພາບໃນການນຳພາ-ຊີ້ນຳ ວຽກງານປົກປັກຮັກສາປະເທດຊາດໃນຍຸກສະໄໝໃໝ່. ກອງປະຊຸມໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງ ຂອງທັງ 5 ສະຖາບັນ ໃນການສ້າງກຳລັງປະກອບອາວຸດປະຕິວັດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ວິທະຍາຄານຕຳຫຼວດປະຊາຊົນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
